ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ |
ທ່ານຟ້າມກວາງຫ້ຽວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ມີກ່ວາ 600.000 ຄົນ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ 47/47 ແຂວງ, ນະຄອນ, ເຊິ່ງແມ່ນປະຊາຄົມຊາວຕ່າງປະເທດອາໄສຢູ່ຍີ່ປຸ່ນເປັນຈຳນວນຫຼາຍອັນດັບທີ 2. ປັດຈຸບັນມີກ່ວາ 50 ສະມາຄົມ ຊາວ ຫວຽດນາມ ອາໄສຢູ່ຍີ່ປຸ່ນ ໂດຍແມ່ນຂົວເຊື່ອມຕໍ່ສຳຄັນໃນການພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ:
ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດແມ່ນຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້. ກົມການເມືອງ ໄດ້ສະຫຼຸບວ່າວັນທີ 12 ສິງຫາ 2021 ກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່. ລັດຖະບານໄດ້ມີບັນດາການຕັດສິນເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍວ່າດ້ວຍທີ່ດິນ, ກໍ່ຄືມີຄວາມເອົາໃຈໃສ່ແກ້ໄຂບັນດາລະບຽບການກ່ຽວກັບທີ່ດິນໃຫ້ແກ່ຊາວຫວຽດນາມ ພາຍໃນປະເທດຄືແນວໃດ ກໍ່ແກ້ໄຂໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄືແນວນັ້ນ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ພັນລະຍາໄດ້ໄປວາງພວງມາລີ ອາໄລຫາຜູ້ປະສົບເຄາະຮ້າຍຈາກລູກລະເບີດນິວເຄຼຍ Nagasaki ຢູ່ສວນສາທາລະນະ ສັນຕິພາບ. ແບ່ງປັນກັບທ່ານ Suzuki Shiro ເຈົ້າແຂວງ ແລະ ຫົວຫນ້າ ຫໍພິພິທະພັນ, ຫົວຫນ້າສວນສາທາລະນະ ສັນຕິພາບກ່ຽວກັບບັນດາຄວາມເສຍກາຍ, ເຈັບປວດເຊິ່ງແຂວງ Nagasaki ໄດ້ຜ່ານຜ່າ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ປະຊາຊົນໝົດທຸກຄົນໃນໂລກ ລ້ວນແຕ່ປາດຖະໜາໄດ້ດຳລົງຊີວິດໃນສັນຕິພາບ, ບໍ່ມີສົງຄາມ.

