ທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) Mark Rutte ເດີນທາງໄປຢ້ຽມຢາມ ອາເມລິກາໃນລະຫວ່າງວັນທີ 14 – 15 ກໍລະກົດ ແລະ ຈະມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Pete Hegseth.
ແຈ້ງການສື່ມວນຊົນຂອງ ນາໂຕ ທີ່ໄດ້ສົ່ງເຖິງວົງການສື່ມວນຊົນບໍ່ໄດ້ຍົກອອກ ເຫດຜົນຕົ້ນຕໍຂອງການຢ້ຽມຢາມຂອງທ່ານ Mark Rutte, ແຕ່ຜ່ານບັນດາສິ່ງທີ່ທ່ານປະທານາທິບໍດີ Donald Trump ເປີດເຜີຍໃນການສຳພາດຫວ່າງມໍ່ໆມານີ້ກັບ NBC News, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ອາເມລິກາ ພ້ອມແລ້ວທີ່ຈະສະໜອງອາວຸດໃຫ້ແກ່ ຢູແກຼນ ໂດຍຜ່ານ ນາໂຕ ແລະ ທ່ານຈະມີຖະແຫຼງການສຳຄັນໃນວັນທີ 14 ກໍລະກົດ.
