ທ່ານ Mark Rutte ເລຂາທິການໃຫຍ່ NATO ໄດ້ມີການພົບປະກັບທ່ານ Donald Trump ເດືອນ ກໍລະກົດປີ 2019 ຢູ່ ທຳນຽບຂາວ. (ພາບ:AP/Alex Brandon) |
ວັນທີ 23 ພະຈິກ, ໂຄສົກອົງການສົນທິສັນຍາອັດລັງຕິກເຫນືອ (NATO), ທ່ານນາງ Farah Dakhlallah ໃຫ້ຮູ້ວ່າ: ທ່ານ Mark Rutte ເລຂາທິການໃຫຍ່ NATO ໄດ້ມີການພົບປະກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ ຢູ່ລັດ Florida ອາເມລິກາ ເພື່ອປຶກສາຫາລືກ່ຽວກັບ “ບັນຫາຄວາມໝັ້ນຄົງທົ່ວໂລກ ຊື່ງ NATO ຕ້ອງປະເຊີນຫນ້າ”
ຕາມຖະແຫລງການຂອງໂຄສົກ NATO ແລ້ວ, ການພົບປະດຳເນີນກ່ອນນັ້ນ 1 ວັນ ຄືວັນທີ 22 ພະຈິກ ຢູ່ ນະຄອນ Palm Beach ລັດ Florida. ການພົບປະດຳເນີນໃນສະພາບການປະທະກັນລະຫວ່າງ ລັດເຊຍ- ຢູແກຼນ ແລະ ການພົວພັນລະຫວ່າງ ລັດເຊຍ - NATO ພວມມີການຜັນແປໄປຢ່າງສັບສົນ.
ໃນອາຍຸການປະທານາທິບໍດີ ອາເມລິກາ ແຕ່ປີ (2016-2020), ທ່ານ Donald Trump ໄດ້ຕັດສິນໃຈຊຸກຍູ້ ເອີລົບ ເພີ່ມງົບປະມານໃຫ້ແກ່ດ້ານປ້ອງກັນຊາດ ແລະ ຕັ້ງຄຳຖາມກ່ຽວກັບຄວາມຍຸຕິທຳໃນ NATO. ບັນດາຜູ້ຊ່ຽວຊານໃຫ້ຂໍ້ສັງເກດວ່າ: ໃນອາຍຸການໃຫມ່, ທ່ານ Donald Trump ຈະບໍ່ຖອນຕົວ ອາເມລິກາອອກຈາກ NATO ແຕ່ຊຸມປີຈະມາເຖິງ ຈະແມ່ນສິ່ງທ້າທາຍສຳລັບພັນທະມິດການທະຫານ.

