ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພົບປະກັບພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ແລະ ຜູ້ຕາງຫນ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ກາຊັກສະຖານ. (ພາບ:Văn Hiếu/VOV)

ຕອນບ່າຍວັນທີ 5 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດສະຫນາມບິນ Astana, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມທາງລັດຖະກິດເຖິງ ກາຊັກສະຖານ ຕາມຄຳເຊີນຂອງປະທານາທິບໍດີ ກາຊັກສະຖານ Jormat Tokayev.

ຕອນຄ່ຳວັນທີ 5 ພຶດສະພາ, ທີ່ການພົບປະກັບພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ແລະ ຜູ້ຕາງຫນ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ກາຊັກສະຖານ, ທ່ານເລຂາທິການໃຫຍ່ ໂຕເລີມ ຕີລາຄາສູງຈິດໃຈສາມັກຄີ, ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ມານະພະຍາຍາມຮັກສາສີສັນວັດທະນະທຳຊົນຊາດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກາຊັກສະຖານ ແລະ ຢັ້ງຢືນ:

ການຮ່ວມມືກັບ ກາຊັກສະຖານ ແມ່ນຫນຶ່ງໃນບັນດາການຮ່ວມມືຍຸດທະສາດຂອງ ຫວຽດນາມ ໃນການເປີດກວ້າງການພັດທະນາຂອງປະເທດຊາດໃນສັງກາດໃຫມ່. ສິ່ງສຳຄັນທີ່ສຸດແມ່ນວິໄສທັດ ແລະ ການກຳນົດທິດພັດທະນາຂອງ ກາຊັກສະຖານ ມີຫລາຍຈຸດຄ້າຍຄືກັນກັບ ຫວຽດນາມ ແລະ ກາຊັກສະຖານ ກໍ່ຢາກເປັນເຈົ້າການໃນການສົມທົບ ແລະ ເຊື່ອມຕໍ່ກັບ ຫວຽດນາມ ເປັນຂົວຕໍ່ໃນວິວັດການຮ່ວມມືກັບບັນດາປະເທດ ອາຊີກາງ”.

ໃນຂະນະນັ້ນ ທີ່ການພົບປະແລກປ່ຽນຄຳເຫັນກັບປະທານ ສະພາສູງ ກາຊັກສະຖານ Maulen Ashimbayev ຢູ່ນະຄອນຫລວງ Astana ໃນຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລີມ ຖືວ່າ: ການຮ່ວມມືລັດຖະສະພາແມ່ນຫນຶ່ງໃນບັນດາເສົາຄ້ຳສຳຄັນເພື່ອຊຸກຍູ້ການພົວພັນສອງຝ່າຍ.

ທ່ານປະທານສະພາສູງ Maulen Ashimbayev ຢືນຢັນ: ກາຊັກສະຖານ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານອັນດີງາມກັບ ຫວຽດນາມ, ໃຫ້ຄຳໝັ້ນສັນຍາວ່າ ສະພາສູງ ກາຊັກສະຖານ ຈະຕັ້ງຫນ້າສະຫນັບສະຫນູນ ແລະ ຊຸກຍູ້ການປະຕິບັດບັນດາທິດທາງການຮ່ວມມື ຊື່ງການນຳສອງຝ່າຍຕົກລົງເຫັນດີ.