ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການເຈລະຈາກັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ກູບາ Miguel Díaz-Canel Bermúdez |
ຕອນເຊົ້າວັນທີ 1 ກັນຍາ, ພິທີຕ້ອນຮັບທ່ານເລຂາທີ1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ ຖືກຈັດຂຶ້ນຢ່າງຢ່າງສົມກຽດຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ To Lam ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບ.
"ຫວຽດນາມ ຍາມໃດເເຕົາລົບນັບຖືແລະ ຈົດຈຳນ້ຳໃຈສາມັກຄີ, ການສະໜັບສະໜູນທັງດ້ານຈິດໃຈ ແລະ ວັດຖຸທີ່ກູບາໄດ້ສະຫງວນໃຫ້ ຫວຽດນາມ ໃນກິດຈະການປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໃນພາລະກິດສ້າງສາ ແລະ ປ້ອງກັນປະເທດໃນປະຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມພທະນົງໃຈ ແລະ ຕັດສິນໃຈທີ່ຈະຮ່ວມກັບພັກ ແລະ ລັດ ກູບາ ເພື່ອສືບທອດ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກອັນລ້ຳຄ່າ ແລະ ຜົນງານອັນໃຫຍ່ຫຼວງຂອງການຮ່ວມມືລະຫວ່າງ 2 ປະເທດ, ສືບຕໍ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງອັນດີງາມລະຫວ່າງສອງປະເທດ.
ກ່ອນໜ້ານັ້ນ, ກໍ່ໃນຕອນເຊົ້າວັນທີ 1/9, ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ກູບາ Miguel Díaz-Canel Bermúdez ແລະ ພັນລະຍາ Lis Cuesta Peraza ແລະ ຄະນະໄດ້ວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ໂຕເລີມ ແລະພັນລະຍາ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ແລະ ທ່ານ Miguel Díaz-Canel Bermúdez ພ້ອມດ້ວຍພັນລະຍາ |
ຕອນທຽງວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະພັນລະຍາ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ໄດ້ເປັນປະທານຮ່ວມງານລ້ຽງຕ້ອນຮັ


