(ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ)

ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດເຖິງ ສ.ກາຊັກສະຖານ, ຕອນສວາຍວັນທີ 07 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ສະໜາມຫຼວງເອກະລາດ ທີ່ນະຄອນຫຼວງ Astana, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາທ່ານນາງ ໂງເຟືອງລີ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ (1945 - 2025). ນີ້ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດຂອງ ກາຊັກສະຖານ ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ. ທ່ານປະທານາທິບໍດີ ສ.ກາຊັກສະຖານ Kassym Jomart Tokayev ເປັນປະທານພິທີດັ່ງກ່າວ. ເຂົ້າຮ່ວມພິທີສວນສະໜາມກ້ອນກຳລັງ ມີທະຫານປະຊາຊົນກວ່າ 4.000 ຄົນ, ພ້ອມກັບພາຫະນະເຕັກນິກດ້ານການທະຫານ, ເຮືອບິນ ແລະ ເຮລີກອບເຕີ 66 ຊະນິດ.

ຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບການນຳກຸ່ມບໍລິສັດໃຫຍ່, ກອງທຶນລົງທຶນ ກາຊັກສະຖານ ຈຳນວນໜຶ່ງ. ທີ່ການຕ້ອງຮັບທ່ານປະທານບໍລິສັດຫຸ້ນສ່ວນກໍ່ສ້າງ Cotteccons, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ພັກ ແລະ ລັດ ຫວຽດນາມ ຊົມເຊີຍກຸ່ມບໍລິສັດທີ່ສືບຕໍ່ຄົ້ນຄວ້າ, ເປີດກວ້າງການຮ່ວມມືລົງທຶນໃນຂົງເຂດກໍ່ສ້າງ ແລະ ແຮ່ທາດດິນຫາຍາກຢູ່ ກາຊັກສະຖານ ບົນຫຼັກການຮັບປະກັນປະສິດທິຜົນການລົງທຶນ ແລະ ສ້າງຜົນປະໂຫຍດຢ່າງກົມກຽວລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ.

ທີ່ການຕ້ອນຮັບທ່ານຫົວໜ້າກອງທຶນລົງທຶນແຫ່ງຊາດ ກາຊັກສະຖານ Samruk Kazyna Nurlan Zhakupov, ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ, ກອງທຶນລົງທຶນແຫ່ງຊາດ ກາຊັກສະຖານ ຈະເສີມຂະຫຍາຍທ່າໄດ້ປຽບ, ສ້າງ ແລະ ພັດທະນາລະບົບມູນຄ່າ, ເຊື່ອມຕໍ່ລະຫວ່າງ 2 ປະເທດດ້ວຍຕະຫຼາດທົ່ວໂລກ, ຜ່ານນັ້ນ, ກໍ່ຍູ້ແຮງການຮ່ວມມືລົງທຶນ, ດຳເນີນທຸລະກິດໃນໄລຍະຈະມາເຖິງ.