(ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຕ້ອນຮັບ ທ່ານ ນາງ Tiina Sandberg ປະທານພັກກອມມູນິດ ແຟງລັງ) |
ທີ່ການຕ້ອນຮັບ ທ່ານ ນາງ Tiina Sandberg ປະທານພັກກອມມູນິດ ແຟງລັງ ໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ໃນຕອນບ່າຍວັນທີ 22 ຕຸລາ, ຢູ່ນະຄອນຫຼວງ Helsinki, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຈົດຈຳ ແລະ ເຄົາລົບການສະໜັບສະໜູນ ແລະ ການໜູນຊ່ວຍຂອງບັນດາກຳລັງທີ່ກ້າວໜ້າໃນໂລກ, ໃນນັ້ນມີ ແຟງລັງ ທີ່ໄດ້ສະຫງວນໃຫ້ແກ່ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບເມື່ອກ່ອນນີ້ ແລະ ໃນພາລະກິດແຫ່ງການສ້າງສາປະເທດຊາດໃນປະຈຸບັນ.
ໂດຍຕີລາຄາສູງບັນດາຜົນງານສຳຄັນຂອງການພົວພັນ 2 ປະເທດໃນໄລຍະຜ່ານມາ, ການນຳ 2 ພັກໄດ້ເຫັນດີຍູ້ແຮງ ແລະ ເພີ່ມທະວີການຮ່ວມມື, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແຟງລັງ, ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ; ສະໜັບສະໜູນຫຼັກໝັ້ນກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ Aalto) |
ກ່ອນໜ້ານັ້ນ, ໃນຕອນທ່ຽງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ Aalto, ເຊິ່ງແມ່ນໜຶ່ງໃນບັນດາມະຫາວິທະຍາໄລແຖວໜ້າຂອງ ແຟງລັງ ແລະ ພາກພື້ນ, ແລະ ພົບປະກັບນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ແຟງລັງ.


