(ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Lin Yun Ling, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Gamuda)

ໃນວັນທີ 22 – 23 ພະຈິກ, ຢູ່ ກົວລາລຳເປີ, ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບການນຳບໍລິສັດໃຫຍ່ຂອງ ມາເລເຊຍ ຈຳນວນໜຶ່ງ ໃນຂົງເຂດພັດທະນາເຕັກນິກ, ອະສັງຫາລິມະຊັບ ແລະ ພື້ນຖານໂຄງລ່າງ, ການບໍລິການຫຼາຍຂະແໜງ.

ທີ່ການຕ້ອນຮັບທ່ານ Lin Yun Ling, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Gamuda, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ Gamuda ເປີດກວ້າງການລົງທຶນໃນຂົງເຂດພັດທະນາຕົວເມືອງ, ເຕັກໂນໂລຊີຫຼາຍກວ່າອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່, ບັນດາຂົງເຂດເຊິ່ງ Gamuda ມີທ່າແຮງ, ນຳໜ້າດ້ານຄຸນນະພາບ, ພື້ນຖານໂຄງລ່າງ, ການບໍລິການ, ສະສົມເຕັກໂນໂລຊີສື່ສານ, ປັນຍາປະດິດ ເພື່ອຄຸ້ມຄອງເຄື່ອນໄຫວ.

ທີ່ການຕ້ອນຮັບທ່ານ Francis Yeoh Sock Ping- ປະທານຝ່າຍບໍລິຫານກຸ່ມບໍລິສັດ YTL Corporation Berhad, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດໃຫຍ່ລົງທຶນເຂົ້າຂົງເຂດຜະລິດຊິບ, ສູນຂໍ້ມູນໃຫຍ່ ເພື່ອກຳແໜ້ນໂອກາດເມື່ອວິທະຍາສາດເຕັກໂນໂລຊີພວມມີບັນດາບາດກ້າວພັດທະນາຢ່າງວ່ອງໄວທີ່ສຸດ.

ທີ່ການຕ້ອນຮັບທ່ານ Tony Fernandes, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Capital A (Air Asia), ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ, ກຸ່ມບໍລິສັດສືບຕໍ່ເປີດກວ້າງການເຄື່ອນໄຫວ, ຕອບສະໜອງຄວາມຕ້ອງການພັດທະນາ ແລະ ສ້າງກຳລັງຜູ້ອອກແຮງງານມີສີມືດີຢູ່ ຫວຽດນາມ, ກາຍເປັນຂົວເຊື່ອມຕໍ່ສຳຄັນໃນການດຶງດູດວິສາຫະກິດ ມາເລເຊຍ ຫຼາຍແຫ່ງລົງທຶນເຂົ້າ ຫວຽດນາມ.

ກໍ່ເນື່ອງໃນໂອກາດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 23 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ດີເດັ່ນ, ການນຳສະມາຄົມ, ປັນຍາຊົນ, ນັກທຸລະກິດຊາວ ຫວຽດນາມ ອາໃສຢູ່ບັນດາປະເທດ ອາຊຽນ.