ທີ່ການພົບປະສົນທະນາ(ພາບ: TTXVN)
|
ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສະພາແຫ່ງຊາດ ແຟງລັງ ມີສຽງເວົ້າເພື່ອຊຸກຍູ້ 7 ປະເທດທີ່ຍັງເຫຼືອໃນສະຫະພາບ ເອີລົບ (ອີຢູ) ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ອີຢູ ແລະ ແຟງລັງ ລົງທຶນເຂົ້າ ຫວຽດນາມ. ທ່ານກໍ່ປາດຖະໜາວ່າ ສະພາແຫ່ງຊາດ ແຟງລັງ ຈະຕັ້ງໜ້າຮັບຮູ້, ສະໜັບສະໜູນວິວັດທະນາການປັບປຸງການປະຕິບັດກົດໝາຍ ແລະ ຄວາມໂປ່ງໃສໃນການຂຸດຄົ້ນສິນໃນນ້ຳຂອງ ຫວຽດນາມ ຢູ່ບັນດາເວທີປາໄສລັດຖະສະພາ ເອີລົບ; ຊຸກຍູ້ຄະນະກຳມະການ ເອີລົບ ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳທີ່ສົ່ງອອກຂອງ ຫວຽດນາມ ໂດຍໄວ.
ການນຳ 2 ທ່ານໄດ້ເນັ້ນໜັກເຖິງບົດບາດຂອງລັດຖະສະພາ 2 ປະເທດ ໃນການໜູນຊ່ວຍຄວາມມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ; ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ; ສ້າງເງື່ອນໄຂສະດວກແກ່ການເປີດກວ້າງການຮ່ວມມືໃນຫຼາຍຂົງເຂດເຊິ່ງ ແຟງລັງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບຄະນະການນຳສະມາຄົມມິດຕະພາບ ແຟງລັງ - ຫວຽດນາມ. ນີ້ກໍ່ແມ່ນການເຄື່ອນໄຫວສຸດທ້າຍຂອງຄະນະໃນການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ.

