ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Rabbi Yoav Ben Tzur ລັດຖະມົນຕີກະຊວງແຮງງານອິດສະລາແອັນ (ພາບ: TTXVN)

ຕອນບ່າຍວັນທີ 21 ພຶດສະພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທີ່ການຕ້ອນຮັບທ່ານ Rabbi Yoav Ben Tzur ລັດຖະມົນຕີກະຊວງແຮງງານອິດສະລາແອັນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີຝ່າຍອິດສະລາແອັນ ຮ່ວມມື, ໜູນຊ່ວຍ ຫວຽດນາມ ກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, Startup, ກົງກັນຂ້າມ ຫວຽດນາມຈະໜູນຊວ່ຍ, ເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ອິດສະລາແອັນ.

ເພື່ອປະຕິບັດ, ທ່ານນາຍົກລັດຖະມົນຕີ ສະເໜີສຳເລັດການເຈລະຈາ ໂດຍໄວ ແລະ ເຊັນສັນຍາກ່ຽວກັບແຮງງານລະຫວ່າງ ອິດສະລາແອັນ ແລະ ຫວຽດນາມ ຊ້າສຸດແມ່ນໃນເດືອນ ມິຖຸນາປີ 2025, ເຫັນດີເປັນເອກະພາບວິທີການເພື່ອຜັນຂະຫຍາຍສັນຍາຢ່າງມີປະສິດທິຜົນ, ການຮ່ວມມືບຳລຸງສ້າງກ່ຽວກັບລະດັບຄວາມຮູ້, ທັກສະວິຊາຊີບ, ພາສາຕ່າງປະເທດ, ວັດທະນະທຳ, ກົດໝາຍ, ຊຸກຍູ້, ຜັນຂະຫຍາຍບັນດາໂຄງການຮ່ວມມືສອງຝ່າຍໃນຂົງເຂດແຮງງານ - ວຽກເຮັດງານທຳ, ນັບທັງບັນດາຂົງເຂດໃໝ່ຄືການອອກແບບ ຊອບແວ.

ສ່ວນທ່ານລັດຖະມົນຕີ Rabbi Yoav Ben Tzur ໃຫ້ຮູ້ວ່າ ອິດສະລາແອັນ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມໃນທຸກຂົງເຂດ, ລວມມີບັນດາຂົງເຂດ, ເຕັກໂນໂລຢີສູງ, ຊອບແວ, ພະລັງງານ.

ແລະກໍ່ໃນຕອນເຊົ້າວັນທີດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາຈາອີ ປະທານອາຊີ - ປາຊີຟິກຂອງກຸ່ມບໍລິສັດກໍ່ສ້າງໄຟຟ້າ ຈີນ (PowerChina) ແລະ ກຸ່ມບັນດາຜູ້ຮັບເໝົາ, ຄູ່ຮ່ວມມືຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມສຸມໃສ່ປະຕິບັດສາມບຸກທະລຸຍຸດທະສາດ, ໃນນັ້ນມີການບຸກທະລຸກ່ຽວກັບພັດທະນາພື້ນຖານໂຄງລ່າງ, ລວມມີພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງພະລັງງານ, ພື້ນຖານໂຄງລ່າງຫັນເປັນດີຈີຕອນ, ໃນນັ້ນມີພື້ນຖານໂຄງລ່າງເຊື່ອມຕໍ່ກັບຈີນ.

ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກ ໃຫ້ກຸ່ມບໍລິສັດ PowerChina ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນບັນດາຂົງເຂດພະລັງງານສະອາດ, ພື້ນຖານໂຄງລ່າງຍຸດທະສາດ, ເປັນຕົ້ນແມ່ນເສັ້ນທາງລົດໄຟມາດຖານ, ເສັ້ນທາງລົດໄຟຕົວເມືອງ, ໃນນັ້ນມີເສັ້ນທາງລົດໄຟຫ໋າຍຝ່ອງ - ຮ່າໂນ້ຍ - ລາວກາຍ ເພື່ອເຊື່ອມຕໍກັບແຂວງ ຄຸນໝິງ - ໂຈ້ງຊິງ, ໄປຍັງບັນດາປະເທດເອີລົບ.