ທ່ານນາງ Manuela V. Ferro, ຮອງປະທານທະນາຄານໂລກ (WB) ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ
(ພາບ: TTXVN)

ຄວາມອົງອາດກ້າແກ່ນ ແລະ ກຳລັງແຮງຂອງປະຊາຊົນ ຫວຽດນາມ ແມ່ນແຫຼ່ງບັນດານໃຈຢ່າງໃຫຍ່ຫຼວງ - ນີ້ແມ່ນຄຳຢືນຢັນຂອງທ່ານນາງ Manuela V. Ferro, ຮອງປະທານທະນາຄານໂລກ (WB) ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາງ Ferro ເນັ້ນໜັກວ່າ, ຫວຽດນາມ ແມ່ນເລື່ອງລາວຂອງແບບຢ່າງບັນລຸຜົນສຳເລັດໃນການພັດທະນາເສດຖະກິດ. ຫວຽດນາມ ພວມມີພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ທັນສະໄໝ, ດຶງດູດເງິນລົງທຶນຕ່າງປະເທດຫຼາຍພໍສົມຄວນ. ມີບັນດາຜົນງານທີ່ບັນລຸໄດ້ນັ້ນ ກໍ່ຍ້ອນຄວາມອົງກາດກ້າແກ່ນ ແລະ ຄວາມສາມາດຮັບມືຂອງປະຊາຊົນ. ມາຮອດປະຈຸບັນ, ປັດໃຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ແລະ ຍົກສູງລາຍຮັບຂອງ ຫວຽດນາມ ແມ່ນກຳລັງແຮງງານຢ່າງຫຼວງຫຼາຍ, ລາຄາຖືກ ພ້ອມກັບລາຍຈ່າຍດ້ານພະລັງງານຕ່ຳ.

ຕາມທ່ານນາງ Manuela V. Ferro ແລ້ວ, ເພື່ອກາຍເປັນປະເທດມີລາຍຮັບສູງໃນປີ 2045, ຫວຽດນາມ ຕ້ອງສຸມໃສ່ຍົກສູງທີ່ຕັ້ງໃນລະບົບມູນຄ່າທົ່ວໂລກ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ກັບບັນດາວິສາຫະກິດຕ່າງປະເທດ. ທະນາຄານໂລກ ພ້ອມແລ້ວຈະອຸປະຖຳໃຫ້ແກ່ບັນດາໂຄງການລົງທຶນມີລັກສະນະບຸກທະລຸໃນບັນດາຂົງເຂດ, ຄື: ຄົມມະນາຄົມຂົນສົ່ງ, ການຫັນເປັນດີຈີຕອນ, ເພີ່ມທະວີຄວາມຕ້ານທານຕໍ່ໜ້າການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງສະມັດຕະພາບກະສິກຳ, ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ບັນລຸເປົ້າໝາຍດັ່ງກ່າວ.