(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນຕໍ່ບັນດາຄູອາຈານ ແລະ ນັກສຶກສາ) |
ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ, ຕອນເຊົ້າວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ມາເລເຊຍ.
ກ່າວຄຳເຫັນຕໍ່ບັນດາຄູອາຈານ ແລະ ນັກສຶກສາຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ, ບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນສຳລັບແຕ່ລະປະເທດຢູ່ພາກພື້ນ. ທ່ານຢືນຢັນວ່າ, ໃນສະພາບໂລກາພິວັດ, ການຫັນເປັນດີຈີຕອນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ນັ້ນ, ຄວາມຕ້ອງການພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງພວມຮີບເຮັ່ງຍິ່ງກວ່າເວລາໃດໝົດ ແລະ ປະຈຸບັນແມ່ນເວລາທີ່ບັນດາຮາກຖານການສຶກສາສວມບົດບາດໃຈກາງໃນການກະກຽມແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ອະນາຄົດ - ບໍ່ພຽງແຕ່ໃຫ້ປະເທດໜຶ່ງເທົ່ານັ້ນ, ຫາກຍັງໃນທົ່ວພາກພື້ນ ແລະ ທັງໂລກອີກດ້ວຍ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍເພີ່ມທະວີການແບ່ງປັນຂໍ້ມູນ, ບົດຮຽນປະສົບການໃນການສ້າງລະບອບລະບຽບການໃຫ້ແກ່ບັນດາຮູບແບບເສດຖະກິດໃໝ່, ການຄຸ້ມຄອງ AI, ເພີ່ມທະວີການຊຸກຍູ້ການເຊື່ອມຕໍ່ບັນດາເຂດເຕັກໂນໂລຊີສູງ… ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງເລື່ອງ ມະຫາວິທະຍາໄລແຫ່ງຊາດ ມາເລເຊຍ ໄດ້ລົງນາມໃນໜັງສືເຈດຈຳນົງຮ່ວມມືກັບມະຫາວິທະຍາໄລແຖວໜ້າ 2 ແຫ່ງຂອງ ຫວຽດນາມ.
ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມປະເທດ ມາເລເຊຍ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 46 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈັດຂຶ້ນຢູ່ ກົວລາລຳເປີ, ປະເທດ ມາເລເຊຍ ຢ່າງຈົບງາມ.

