(ທີ່ການຕ້ອນຮັບ) |
ທະເລແມ່ນເຂດດຳລົງຄົງຕົວ, ດຳລົງຊີວິດ ແລະ ພັດທະນາສຳຄັນທີ່ສຸດຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢືນຢືນຄືດັ່ງກ່າວທີ່ການຕ້ອນຮັບທ່ານ Tomas Heidar, ປະທານສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS), ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ໃນຕອນບ່າຍວັນທີ 06 ພຶດສະພາ, ຢູ່ ຮ່າໂນ້ຍ.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ຢັ້ງຢືນຄືນໃໝ່ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນມ ໃນການເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ລວມທັງບັນດາການຂັດແຍ້ງກ່ຽວຂ້ອງເຖິງທະເລຢ່າງເຂັ້ມງວດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ITLOS ສືບຕໍ່ໜູນຊ່ວຍ ຫວຽດນາມ ເພີ່ມທະວີການສຶກສາ, ບຳລຸງສ້າງພະນັກງານມີຄວາມເຂົ້າໃຈກ່ຽວກັບກົດໝາຍສາກົນຢ່າງເລິກເຊິ່ງ, ໃນນັ້ນມີກົດໝາຍວ່າດ້ວຍທະເລສາກົນ, ເພື່ອໃຫ້ ຫວຽດນາມ ມີຖັນແຖວທະນາຍຄວາມມີລະດັບຄວາມຮູ້, ຄວາມສາມາດເຄື່ອນໄຫວໃນສະພາບການສາກົນ, ເຂົ້າຮ່ວມການແກ້ໄຂການຂັດແຍ້ງກັນສາກົນ.
ສ່ວນທ່ານ Tomas Heidar, ຕີລາຄາສູງການສະໜັບສະໜູນຢ່າງຕັ້ງໜ້າຂອງ ຫວຽດນາມ ຕໍ່ວຽກງານຂອງ ITLOS ແລະ ເລື່ອງ ຫວຽດນາມ ຕັ້ງໜ້າປະກອບຄຳເຫັນໃຫ້ຄຳປຶກສາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ແລະ ສະເໜີນັກຊ່ຽວຊານດ້ານກົດໝາຍດີເດັ່ນຂອງ ຫວຽດນາມ ຮັບດຳລົງຕຳແໜ່ງປະທານສານຂອງ ITLOS ອາຍຸການ 2026 – 2035.

