ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ
(ພາບ: VGP)

ຕອນເຊົ້າວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານຢ່າງຈົບງາມເຂົ້າຮ່ວມກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ແລະ ເຮັດວຽກຢູ່ ບຣາຊິນ, ຢ້ຽມຢາມ ສ.ໂດມີນີກາ ຢ່າງເປັນທາງການ.

ເຂົ້າຮ່ວມການເຄື່ອນໄຫວທັງໝົດໃນຂອບເຂດກອງປະຊຸມສຸດຍອດ G20, ຢູ່ Rio de Janeiro ຂອງ ບຣາຊິນ, ທ່ານນາຍົກລັດຖະມົນຕີໄດ້ມີບົດກ່າວປາໄສສຳຄັນທີ່ບັນດາວາລະປຶກສາຫາລື. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ພົບປະ 2 ຝ່າຍກັບການນຳກວ່າ 30 ປະເທດ, ບັນດາອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມ.

ຢູ່ ບຣາຊິນ, ທ່ານນາຍົກລັດຖະມົນຕີມີການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງຢູ່ Rio de Janeiro; 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ບຣາຊິນ ກ່ຽວກັບເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

ພິເສດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໄປຢ້ຽມຢາມຄັ້ງປະຫວັດສາດເຖິງ ໂດມີນີກາ, ເມື່ອເປັນການນຳຜູ້ທຳອິດຂອງ ຫວຽດນາມ ຢ້ຽມຢາມປະເທດນີ້ ພາຍຫຼັງເກືອບ 20 ແຫ່ງການສ້າງຕັ້ງການພົວພັນທາງການທູດ.