ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບທີ່ລະນຶກກັບຊາວຫວຽດນາມອາໄສຢູ່ຈີນ |
ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ປະຊາຄົມຊາວຫວຽດນາມ ແມ່ນຂົວຕໍ່ ແລະ ປະຕິບັດນະໂຍບາຍການຕ່າງປະເທດຂອງປະເທດ, ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີແຫ່ງຊາດ ແລະ ນັບມື້ນັບປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ຢູ່ ຈີນ ຍາມໃດກໍ່ເອກອ້າງທະນົງໃຈເມ່ືອເປັນຊາວຫວຽດນາມ, ມີພື້ນຖານວັດທະນະທຳທີ່ມີເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ຍາມໃດເອກອ້າງທະນົງຕໍ່ການປະກອບສ່ວນຂອງວົງຄະນະຍາດຕໍ່ນ້ຳໃຈມິດຕະພາບຫວຽດນາມ - ຈີນ.

