ເນື່ອງໃນໂອກາດພະຄາດີນັນ Robert Francis Prevost, ໄດ້ຮັບການເລືອກຕັ້ງເປັນສັນຕະປະປາອົງທີ 267 ຂອງໂຣມັນກາໂຕລິກ, ເອົາຊື່ວ່າ ລີໂອ ທີ່ 14, ວັນທີ 10 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກຊົມເຊີຍ.
ເລື່ອງພະຄາດີນັນ Robert Francis Prevost, ອາຍຸ 69 ປີ, ໄດ້ຮັບເລືອກຕັ້ງເປັນສັນຕະປະປາ (ວັນທີ 08 ພຶດສະພາ) ໄດ້ສ້າງຂີດໝາຍເປັນຄັ້ງທຳອິດໃນປະຫວັດສາດທີ່ສະມາຄົມຄຼິດທະສາສະໜາ ມີການນຳເປັນຊາວ ອາເມລິກາ. ສັນຕະປະປາຮູ້ຫຼາຍພາສາຢ່າງຄ່ອງແຄ້ວ, ສາມາດເວົ້າພາສາ ອັງກິດ, ຝລັ່ງ, ອີຕາລີ ແລະ ແອັດສະປາຍ, ແລະ ກໍ່ຮູ້ພາສາ ປອກຕຸຍການ, ພາສາ ລາຕິນ, ເຢຍລະມັນ.
ດ້ວຍຖານະເປັນຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງສັນຕະປະປາ Francis, ສັນຕະປະປາ ລີໂອ ທີ່ 14 ຖືກຖືວ່າຈະເດີນຕາມເສັ້ນທາງກ້າວໜ້າຂອງຜູ້ດຳລົງຕຳແໜ່ງລຸ້ນກ່ອນ. ໄປຄຽງຄູ່ກັນນັ້ນ, ບັນດາຖະແຫຼງການກ່ອນນີ້ກໍ່ໃຫ້ເຫັນວ່າ ທ່ານອາດຈະຕິດກັບທິດສະດີຂອງສາສະໜາຄຼິດທີ່ເປັນມູນເຊື້ອ.
