ທ່ານປະທານປະເທດ ຫວຽດນາມ ເລືອງເກ່ືອງ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron. (ພາບ: VOV) |
ຕອນເຊົ້າວັນທີ 26 ພຶດສະພາ ຢູ່ທຳນຽບປະທານປະເທດ ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກ່ືອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ແຕ່ວັນທີ 22 - 27 ພຶດສະພາ.
ທີ່ພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ພ້ອມກັນເຂົ້າຮ່ວມພິທີເຄົາລົບທຸງຊາດ, ຍ່າງກວດກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ ແລະ ເປັນສັກຂິພິຍານພິທີສວນສະຫນາມຂ່ຳນັບຮັບຕ້ອນ.
ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ດຳເນີນການພົບປະເຈລະຈາ, ເປັນສັກຂີພິຍານພິທີລົງນາມ, ແລກປ່ຽນບັນດາເອກະສານຮ່ວມມືສອງຝ່າຍ ແລະ ພົບປະກັບສື່ມວນຊົນ.

