(ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝີ້ນ ແລະ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni) |
ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ, ຕອນບ່າຍວັນທີ 23 ພະຈິກ, ຢູ່ພະລາຊະວັງ ກຳປູເຈຍ, ທີ່ນະຄອນຫຼວງ ພະນົມເປັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະກັບພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ. ຢູ່ທີ່ນີ້, ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ຊົມເຊີຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄປຢ້ຽມຢາມຢ່າງເປັນທາງການ; ທ່ານເນັ້ນໜັກວ່າ, ການຢ້ຽມຢາມເພື່ອປະກອບສ່ວນສຳຄັນເພື່ອປັບປຸງສາຍພົວພັນຖານບ້ານໃກ້ເຮືອນຄຽງພິເສດລະຫວ່າງ 2 ປະເທດ.
ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະພ້ອມກັບສະພາສູງ, ສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມືດ້ານນິຕິບັນຍັດ, ຕິດຕາມ ແລະ ຕົກລົງບັນດາບັນຫາໃຫຍ່ຂອງປະເທດຊາດ. ທ່ານປາດຖະໜາວ່າ, ພະບາດສົມເດັດ Norodom Sihamoni ສືບຕໍ່ເອົາໃຈໃສ່, ພ້ອມກັບບັນດາການນຳຂັ້ນສູງ ກຳປູເຈຍ ຊີ້ນຳການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ແລະ ສ້າງເງື່ອນໄຂສະດວກໃຫ້ຊາວເຊື້ອຊາດ ຫວຽດນາມ ດຳລົງຊີວິດ, ທຳມາຫາກິນມີສະຖຽນລະພາບ, ຖືກຕາມກົດໝາຍຢູ່ ກຳປູເຈຍ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ກຳປູເຈຍ) |
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ກຳປູເຈຍ. ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ, ພັກ ແລະ ລັດ ຍາມໃດກໍ່ຮັບຮູ້ ແລະ ຕີລາຄາສູງບົດບາດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ, ທ່ານປາດຖະໜາວ່າ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ເສີມຂະຫຍາຍນ້ຳໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ; ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍປະເທດປະຈຳຖິນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.


