ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະສອງຝ່າຍກັບທ່ານນາງປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Khuon Sudary. ພາບ: VOV |
ໃນການພົບປະສອງຝ່າຍທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ 2 ທ່ານ ມີຄວາມປະຕິຊົມຊື່ນເມື່ອເຫັນວ່າ, ການພົວພັນລະຫວ່າງສອງພັກ, ສອງປະເທດ ໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ບັນລຸໄດ້ບັນດາຜົນງານສຳຄັນໃນບັນດາຂົງເຂດ.
ປະທານສະພາແຫ່ງຊາດ 2 ທ່ານກໍເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍ, ຊຸກຍູ້ໝາກຜົນການຮ່ວມມືອັນດີງາມລະຫວ່າງ 2 ສະພາແຫ່ງຊາດ. ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ; ຕິດຕາມ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາວິສາຫະກິດຕ້ອງຕັ້ງໜ້າຜັນຂະຫຍາຍສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ.
ຕາມການນຳສອງທ່ານແລ້ວ, ສະພາແຫ່ງຊາດສອງປະເທດ ຕ້ອງມີຄວາມເອົາໃຈໃສ່, ປະກາດໃຊ້ບັນດານະໂຍບາຍກົດໝາຍອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ ຫວຽດນາມ ແລະ ຊາວກຳປູເຈຍ ເຊື້ອຊາດ ຫວຽດນາມ ມີຊີວິດການເປັນຢູ່ຖາວອນ, ທຳມາຫາກິນຢ່າງສະດວກ, ປະກອບສ່ວນພັດທະນາການພົວພັນສອງປະເທດ ກໍຄື ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ ຂອງ ກຳປູເຈຍ.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ວາງພວງມາລາຢູ່ອະນຸສາວະລີເອກະລາດ; ຢູ່ອະນຸສາວະລີອະດີດພະບໍລົມວົງສານຸວົງ Norodom Sihanouk ແລະ ຢູ່ ອະນຸສວະລີມິດຕະພາບ ຫວຽດນາ - ກຳປູເຈຍ.

