ແຂວງ ຖາຍງວຽນ ປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພກ່ອນກຳເນີນເວລາ 31 ສິງຫາ 2025 (ພາບ thainguyen.gov.vn) |
ໃນນັ້ນ, ທາງແຂວງ ໄດ້ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດກ່ອນວັນທີ 27 ກໍລະກົດ.
ກ່ອນວັນທີ 01 ກໍລະກົດ, ຈຸດເວລາໂຮມແຂວງເຂົ້າກັນ, ແຂວງ ຖາຍງວຽນເກົ່າ ປະຕິບັດສຳເລັດໂຄງການດັ່ງກ່າວແຕ່ເດືອນເມສາ 2025. ພາຍຫຼັງໂຮມແຂງເຂົ້າກັນ, ແຂວງ ຍັງເຫຼືອກວ່າ 1.000 ຄອບຄົວຢູ່ບັນດາຕາແສງ, ເທດສະບານທາງທິດເໜືອແຂງແຂວງ ຍັງບໍ່ທັນໄດ້ຮັບການເລີ່ມລົງມືກໍ່ສ້າງ. ເພື່ອປະຕິບັດສຳເລັດເປົ້າໝາຍວາງອອກ, ຄະນະພັກແຂວງ ຖາຍງວຽນ ໄດ້ສ້າງຕັ້ງ 16 ຄະນະປະຕິບັດງານລົງກວດກາ, ຊີ້ນຳ, ເລັ່ງລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຢູ່ບັນດາບໍລິເວນທາງທິດເໜືອຂອງແຂວງ.
ພາຍຫຼັງເວລາພຽງແຕ່ 1 ກວ່າເດືອນ, ແຂວງ ໄດ້ລົງມືກໍ່ສ້າງ ແລະ ໜູນຊ່ວຍບັນດາຄອບຄົວລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃຫ້ສຳເລັດ, ບັນລຸ 100% ເປົ້າໝາຍວາງອອກ. ການປະຕິບັດສຳເລັດໂຄງການດັ່ງກ່າວກ່ອນກຳນົດເວລາ 31 ສິງຫານັ້ນ ບໍ່ພຽງແຕ່ປຸກສ້າງຊາຍຄາອົບອຸ່ນ, ຖາວອນໃຫ້ແກ່ນັບພັນຄອບຄົວເທົ່ານັ້ນ, ຫາກຍັງສ້າງກຳລັງໜູນເພີ່ມເຕີມເພື່ອໃຫ້ປະຊາຊົນອຸ່ນອຽນໃຈຜະລິດ, ຜ່ານຜ່າຄວາມທຸກຍາກ, ສ້າງຊີວິດທີ່ມີສະຖຽນລະພາບກວ່າເກົ່າໃນບ້ານເກີດເມືອງນອນ.

