ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayaka.(ພາບ:TTXVN )

ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayaka ແຕ່ວັນທີ 4-6 ພຶດສະພາ, ສອງຝ່າຍ ໄດ້ອອກຖະແຫລງການຮ່ວມ. ຖະແຫລງການຮ່ວມເນັ້ນຫນັກວ່າ ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ ພິເສດແມ່ນເສດຖະກິດ, ການຄ້າ ດ້ວຍຄາດໝາຍນຳວົງເງິນການຄ້າໃຫ້ຂຶ້ນເຖິງ 1 ຕື້ USD ໃນອະນາຄົດອັນໃກ້ນີ້.

ສອງຝ່າຍເຫັນດີ ຊຸກຍູ້ບັນດາການເຄື່ອນໄຫວດ້ານການຄ້າ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດບົນພື້ນຖານຍາດແຍ່ງທ່າແຮງຂອງແຕ່ລະປະເທດ, ຮັບຮູ້ທ່າແຮງຂອງກັນ ກ່ຽວກັບປັນຍາປະດິດ (AI), ການຄ້າເອເລັກໂຕນິກ, ການຫັນເປັນດິຈິຕອນ ພ້ອມທັງໃຫ້ຄຳໝັ້ນສັນຍາຊຸກຍູ້ການຂຸດຄົ້ນບັນດາເຕັກໂນໂລຊີໃຫມ່ ເພື່ອພັດທະນາແບບຍືນຍົງ. ຫວຽດນາມ ແລະ ສີລັງກາ ເຫັນດີຮ່ວມມືກັນຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສພາກພື້ນ ແລະ ຫລາຍຝ່າຍ, ເນັ້ນຫນັກເຖິງຄວາມສຳຄັນຂອງການເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລ ປີ 1982 (UNCLOS) ເພືື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍການເດີນທະເລສາກົນໃຫ້ມີສະຖຽນລະພາບ ແລະ ສັນຕິພາບ.

ບັນດາເອກະສານໄດ້ຮັບການລົງນາມໃນການຢ້ຽມຢາມຈະສ້າງພື້ນຖານໃຫ້ແກ່ການຮ່ວມມືຢ່າງແຫນ້ນແຟ້ນກວ່າລະຫວ່າງ ຫວຽດນາມ ແລະ ສີລັງກາ, ນຳການພົວພັນອັນດີງາມລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃຫມ່.