ທຸງຊາດ ປາແລດສະຕີນ ຈະເປັນຄັ້ງທຳອິດປິວສະບັດຢູ່ສຳນັກງານ WHO (ພາບ: Reuters)

ວັນທີ 26 ພຶດສະພາ, ທີ່ກອງປະຊຸມຄັ້ງທີ 78 ກອງປະຊຸມສະມັດຊາໃຫຍ່ ສາທາລະນະສຸກໂລກ, ບັນດາປະເທດໄດ້ປ່ອນບັດຮັບຮອງເອົາຮ່າງມະຕີກ່ຽວກັບເລື່ອງເອົາທຸງຊາດ ປາແລດສະຕິນຂຶ້ນເສົາ ຢູ່ ສຳນັກງານຂອງອົງການອະນາໄມໂລກ (WHO), ຢູ່ ເຊີແນວ ປະເທດ ສະວິດ ດ້ວຍບັດເຫັນດີ 95 ບັດ ແລະ ບັດຄ້ານ 4 ບັດ (ລວມມີ: ອິດສະຣາແອນ, ຮຸງກາຣີ, ສ ເຊັກໂກ ແລະ ເຢຍລະມັນ) ແລະ ບັດຂາວ 27 ບັດ. ຮ່າງມະຕິນີ້ ແມ່ນການສະເຫນີຂອງກຸ່ມປະເທດຫນຶ່ງ ໃນນັ້ນ ມີຈີນ, ປາກິດສະຖານ ແລະ ຊາອຸດິ ອາຣັບບີ.

ທ່ານ Ibrahim Khraishi, ເອກອັກຄະລັດຖະທູດ ປາແລດສະຕິນ ຢູ່ ສະຫະປະຊາຊາດ ທີ່ເຊີແນວ ປະເທດ ສະວິດ ຖືວ່າ: ເຫດການນີ້ ສະແດງໃຫ້ເຫັນວ່າ ປາແລດສະຕິນ ແມ່ນສ່ວນຫນຶ່ງຂອງປະຊາຄົມສາກົນ ພວມພ້ອມກັນຮ່ວມມືໃນຂົງເຂດສາທາລະນະສຸກ. ທ່ານ ສະແດງຄວາມປາດຖະຫນາວ່າ ປາແລດສະຕິນ ຈະກາຍເປັນສະມາຊິກສົມບູນຂອງ WHO ແລະ ບັນດາອົງການຂຶ້ນກັບ ສະຫະປະຊາຊາດ ໂດຍໄວ.

ເຫດການນີ້ ແມ່ນສືບຕໍ່ຄວາມມານະພະຍາຍາມຂອງ ປາແລດສະຕິນ ເພ່ືອແນໃສ່ເພີ່ມທະວີການມີຫນ້າຢູ່ ສະຫະປະຊາຊາດ ແລະ ບັນດາອົງການສາກົນອື່ນ. ປີກາຍ ສະມັດຊາໃຫຍ່ ສປຊ ໄດ້ມອບສິດຈຳນວນຫນຶ່ງໃຫ້ຄະນະຝ່າຍປາແລດສະຕິນ ຄື: ນັບແຕ່ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 79 ໃນວັນທີ 10 ກັນຍາປີ 2024, ຄະນະຝ່າຍປາແລດສະຕິນ ມີທີ່ນັ່ງຫນຶ່ງຢູ່ ກອງປະຊຸມສະມັດຊາໃຫຍ່; ສາມາດຍື່ນສະເຫນີບັນດາບັນຫາ ແລະ ການປັບປຸງ.