ທ່ານ ໂດຕຽນສີ, ກໍາມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ Ivan Eismont, ຜູ້ອຳນວຍການໃຫຍ່ສະຖານີ ວິທະຍຸ -ໂທລະພາບ ແຫ່ງຊາດ ເບລາຣຸດ |
ວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ. ເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບສະຖານີ ວິທະຍຸ -ໂທລະພາບ ແຫ່ງຊາດ ເບລາຣຸດ. VOV ແມ່ນອົງການສື່ມວນຊົນທຳອິດຂອງ ຫວຽດນາມ ທີ່ສ້າງຕັ້ງສາຍພົວພັນຮ່ວມມືກັບອົງການສື່ມວນຊົນພາກລັດໃຫຍ່ສຸດຂອງ ສ.ເບລາຣຸດ.
ທ່ານ ໂດຕຽນສີ, ກໍາມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ Ivan Eismont, ຜູ້ອຳນວຍການໃຫຍ່ສະຖານີ ວິທະຍຸ -ໂທລະພາບ ແຫ່ງຊາດ ເບລາຣຸດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດສື່ມວນຊົນ ພາຍໃຕ້ການເປັນສັກຂີພິຍານຂອງການນຳພັກ, ລັດ ຫວຽດນາມ ແລະ ສ. ເບລາຣຸດ. ໃນຂອບເຂດຂໍ້ຕົກລົງຮ່ວມມືນີ້, ສະຖານີວິທະຍຸສອງປະເທດ ຈະເພີ່ມທະວີການແລກປ່ຽນລາຍການກະຈາຍສຽງ, ເນື້ອໃນດີຈີຕອນ; ສົມທົບກັນຜະລິດບັນດາລາຍການ; ແບ່ງປັນຂໍ້ມູນສື່ມວນຊົນ; ຈັດຕັ້ງຊຸດບຳລຸງສ້າງວິຊາຊີບ ແລະ ແລກປ່ຽນຄະນະປະຕິບັດງານ.
ໄລ່ມາຮອດປັດຈຸບັນ, VOV ໄດ້ສ້າງຕັ້ງການພົວພັນຮ່ວມມືກັບກວ່າ 30 ອົງການສື່ມວນຊົນຂອງບັນດາປະເທດໃຫຍ່ໃນພາກພື້ນ ແລະ ໃນໂລກ

