ໃນແຈ້ງການເປັນທາງການລົງວັນທີ 08 ທັນວາ, ກະຊວງການຕ່າງປະເທດ ອາຣັບບີ ຊະອຸດີ ຮຽກຮ້ອງໃຫ້ດຳເນີນບັນດາຄວາມມານະພະຍາຍາມສົມທົບກັນເພື່ອຮັກສາຄວາມເປັນເອກະພາບຂອງປະເທດ ຊີຣີ, ບໍ່ປະໃຫ້ປະເທດ ອາຣັບ ນີ້ຕົກເຂົ້າສູ່ສະພາບຫວຸ້ນວາຍ ແລະ ແບ່ງແຍກ. Riyadh ກໍ່ໃຫ້ຄຳໝັ້ນສັນຍາຈະສະຫງວນທຸກການໜູນຊ່ວຍເພື່ອຊ່ວຍໃຫ້ ຊີຣີ ບັນລຸຄວາມໝັ້ນຄົງ ແລະ ມີສະຖຽນລະພາບ, ຜ່ານນັ້ນ, ກໍ່ປົກປັກຮັກສາອະທິປະໄຕ, ພື້ນຖານເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ.
ກະຊວງການຕ່າງປະເທດ ອີຢິບ ຮຽກຮ້ອງໃຫ້ມີຄວາມເຫັນດີເຫັນພ້ອມລະດັບຊາດ ແລະ ສ້າງສາປະເທດ ຊີຣີ ຄືນໃໝ່. ຖະແຫຼງການຂອງກະຊວງການຕ່າງປະເທດ ອີຢິບ ໄດ້ກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊີຣີ ເປັນເອກະພາບບັນດາເປົ້າໝາຍ ແລະ ໃຫ້ບຸລິມະສິດ, ເລີ່ມປະຕິບັດວິວັດທະນາການດ້ານການເມືອງຢ່າງຮອບດ້ານ, ສ້າງເປັນພື້ນຖານໃຫ້ແກ່ໄລຍະໃໝ່ດ້ວຍຄວາມເຫັນດີເຫັນພ້ອມ ແລະ ພື້ນຖານສັນຕິພາບຢູ່ພາຍໃນ ໃນປະຈຸບັນ.
