ພິທີຕັດແຖບຜ້າເປີດສະຫຼອງນຳໃຊ້ສູນການຂ່າວ (ພາບ: TTXVN)

ຕອນບ່າຍວັນທີ 2 ພຶດສະພາ, ຢູ່ສະຖາບັນພຸດທະສາສະໜາ ຫວຽດນາມ ທີ່ນະຄອນ ໂຮ່ຈີມິນ, ສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ຄະນະກຳມະການອົງການຈັດຕັ້ງສາກົນ ວັນບຸນວິສາຂະບູຊາ ສປຊ (ICDV) ໄດ້ຈັດພິທີເປີດສະຫຼອງນຳໃຊ້ສູນການຂ່າວ ຮັບໃຊ້ວັນບຸນວິສາຂະບູຊາ Vesak ແລະ ການຖະແຫຼງຂ່າວສະໜອງຂໍ້ມູນກ່ຽວກັບວັນບຸນ Vesak ສປຊ 2025 ເຊິ່ງຈະຈັດຂຶ້ນແຕ່ວັນທີ 6 ພຶດສະພາ - 8 ພຶດສະພາ ຢູ່ນະຄອນ ໂຮ່ຈີມິນ.

ຕາມນັ້ນແລ້ວ, ວັນບຸນ Vesak ສປຊ 2025 ມີຫົວຂໍ້ຫຼັກແມ່ນ “ຄວາມສາມັກຄີ ແລະ ເມດຕາປານີເພື່ອກຽດສັກສີມະນຸດ: ພູມປັນຍາພະພຸດທະສາສະໜາເພື່ອສັນຕິພາບໂລກ ແລະ ການພັດທະນາແບບຍືນຍົງ”. ວັນບຸນວິສາຂະບູຊາ Vesak ສປຊ ປີ 2025 ມີການເຂົ້າຮ່ວມຂອງຜູ້ແທນພາຍໃນປະເທດປະມານ 1.500 ທ່ານ, ຜູ້ແທນສາກົນປະມານ 1.300 ທ່ານ ທີ່ມາຈາກ 85 ປະເທດ, ເຂດແຄວ້ນ, ໃນນັ້ນ ມີອະດີດປະມຸກລັດ, ການນຳບັນດາປະເທດໃນໂລກ.

ຄະນະຈັດຕັ້ງວັນບຸນ Vesak ສປຊ 2025 ຢັ້ງຢືນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ເປັນເຈົ້າພາບຈັດງານບຸນ Vesak ສປຊ 2025 ແມ່ນໂອກາດເພື່ອແນະນຳກ່ຽວກັບພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ ອອກສູ່ໂລກ.