ສະຖານທູດ ອາເມລິກາ ປະຈຳ ຢູແກຼນ (ພາບ: CNN)

ວັນທີ 20 ພະຈິກ, ກະຊວງປ້ອງກັນປະເທດ ຢູແກຼນ ໄດ້ຫຼຸດຜ່ອນຄວາມສ່ຽງສຳລັບຄວາມສະຫງົບປອດໄພຢູ່ນະຄອນຫຼວງ Kiev ໃນສະພາບການມີສະຖານທູດຫຼາຍປະເທດປະຈຳຢູ່ Kiev ໄດ້ປິດປະຕູຊົ່ວຄາວ. ລັດຖະບານ ຢູແກຼນ ໄດ້ອອກສຽງຮຽກຮ້ອງໃຫ້ບັນດາພັນທະມິດຝ່າຍຕາເວັນຕົກ ບໍ່ກໍ່ຄວາມເຄັ່ງຕຶງດ້ວຍການກະທຳດັ່ງກ່າວຕື່ມອີກ. ບັນດາຄຳກ່າວເຕືອນກ່ຽວກັບຄວາມສ່ຽງຕໍ່ຄວາມສະຫງົບປອດໄພ ໄດ້ຍົກອອກມາພາຍຫຼັງ ຢູແກຼນ ຍິງລູກສອນໄຟນຳວິຖີໄລຍະໄກ ໂດຍ ອາເມລິກາ ສະໜອງໃຫ້ ເຂົ້າດິນແດນ ລັດເຊຍ. ວັງ Kremlin ຖືວ່າ ເລື່ອງ ວໍຊິງຕັນ ອະນຸຍາດໃຫ້ການເຄື່ອນໄຫວນີ້ເກີດຂຶ້ນ ຈະເຮັດໃຫ້ການປະທະກັນປັດຈຸບັນຢູ່ ຢູແກຼນ ແກ່ຍາວຕື່ມອີກ. ຫຼັງຈາກນັ້ນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮັບຮອງເອົາ ທິດສະດີນິວເຄຼຍ ສະບັບປັບປຸງ ໃນທັນທີ, ໃນນັ້ນ ລະບຸແຈ້ງ ລັດເຊຍ ຈະຖືທຸກການບຸກໂຈມຕີຂອງປະເທດບໍ່ມີອາວຸດນິວເຄຼຍ ແຕ່ໄດ້ຮັບການໜູນຊ່ວຍຈາກປະເທດມະຫາອຳນາດນິວເຄຼຍນັ້ນ ແມ່ນບັ້ນບຸກໂຈມຕີລວມ.