ບຶງ ກວາງເລີ້ຍ ຫ່າງຈາກນະຄອນເຫ້ວ ໄປທາງທິດເໜືອປະມານ 30 ກມ, ຂຶ້ນກັບຕາແສງ ກວ໋າງເລີ້ຍ, ກວ໋າງດ່ຽນ, ແຂວງເທື່ອທຽນເຫ້ວ
ບຶງ ກວາງເລີ້ຍ ແມ່ນໜຶ່ງໃນບັນດາເຂດບຶງນອນໃນລະບົບບຶງຂອງ ຟ໊າຕາມຢາງ, ມີເນື້ອທີ່ກວ້າງເກືອບ 800 ເຮັກຕາ.
ໂດຍມີຄວາມແຕກຕ່າງກັບຊາວປະມົງຢູ່ເຂດທະເລອື່ນໆ, ຊາວປະມົງຢູ່ທີ່ນີ້ສ່ວນຫຼາຍແມ່ນດຳລົງຊີວິດຢູ່ໃນເຮືອ, ຢູ່ກັບນ້ຳ, ການທຳມາຫາກິນລ້ຽວຊີບຂອງເຂົາເຈົ້າແມ່ນຫາປາ, ກຸ້ງ ຢູ່ອ້ອມເຂດບຶງ ກວ໋າງເລີ້ຍ.
ດ້ວຍຄວາມງາມທີ່ດູດດື່ມຂອງ ຟ໊າຕາມຢາງ, ສະນັ້ນເລື່ອງໄດ້ຮັບຊົມດວງຕາເວັນຂຶ້ນທີ່ນີ້ແມ່ນຈັບອົກຈັບໃຈທີ່ສຸດ.
ຈຸດເວລາດວງຕາເວັນຂຶ້ນແມ່ນແຕ່ 5 ໂມງ 30 ນາທີ ຫາ 7 ໂມງ.
ສະນັ້ນ, ພວກເພື່ອນຄວນຕື່ນແຕ່ເຊົ້າເພື່ອເຈືອຈານເຂົ້າກັບອາກາດປອດໂປ່ງຢູ່ເຂດນີ້.
ບຶງ ກວາງເລີ້ຍ - ສະຖານທີ່ດູດດື່ມຂອງ ຟ໊າຕາມຢາງ