ຢູ່ວາລະປະຊຸມໃນຕອນບ່າຍວັນທີ 15 ກັນຍາ, ໃນຂອບເຂດກອງປະຊຸມຄັ້ງທີ 33 ສະພາປະສານງານສາກົນໂຄງການມະນຸດ ແລະ ນິເວດ UNESCO ທີ່ຈັດຂຶ້ນຢູ່ ໄນຈີເລຍ, ເຂດນິເວດວິທະຍາ ນຸຍຈົວ ຢູ່ແຂວງ ນິງທ້ວນ ແລະ ເຂດພູພຽງ ກອນຮ່າໜຶ່ງຢູ່ແຂວງ ຢາລາຍ ຂອງຫວຽດນາມ ໄດ້ຮັບການຮັບຮອງເປັນ “ເຂດນິເວດວິທະຍາໂລກ”.

ນັກທ່ອງທ່ຽວຄົ້ນຫາເຂດນິເວດວິທະຍານຸຍຈົວ
(ພາບ: TTXVN)
ການປູກປ່າຊາຍເລນເພື່ອຟື້ນຟູລະບົບນິເວດຢູ່ເຂດອະນຸລັກທະເລໃນບໍລິເວນເຂດນິເວດວິທະຍານຸຍຈົວ
(ພາບ: TTXVN)
ເຂດຫີນ ຊາວຮວາ (ຫີນດາວອັງຄານ)
(ພາບ: TTXVN)
ເຂດປາກະລັງ
(ພາບ: TTXVN)
ສະຖານທີ່ທ່ອງທ່ຽວ ຮາງຣາຍ
(ພາບ: TTXVN)
ພາບຖ່າຍຕ່າງໆທີ່ຢູ່ໃນບໍລິເວນເຂດນິເວດວິທະຍານຸຍຈົວ
(ພາບ: TTXVN)
(ພາບ: TTXVN)
(ພາບ: TTXVN)

ເຂດນິເວດວິທະຍາພູພຽງ ກອນຮ່າໜຶ່ງ ຢູ່ແຂວງ ຢາລາຍ ມີເນື້ອທີ່ທັງໝົດ 413.511,67 ເຮັກຕາ. ເຂດນິເວດວິທະຍານີ້ສວມບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດຢູ່ເຂດ ໄຕງວຽນ ແລະ ທັງເຂດຕອນກາງຂອງພາກກາງ ແລະ ທິດຕາເວັນອອກຂອງພາກໃຕ້.

(ພາບ: dangcongsan.vn)
ລະບົບນິເວດຂອງພືດຢູ່ທີ່ນີ້ແມ່ນເປັນແບບປ່າເປັນຕົ້ນ
ໃນນັ້ນ, ມີພືດຫາຍາກຫຼາຍຊະນິດ ໄດ້ຈັດເຂົ້າໃນປື້ມປົກແດງຂອງຫວຽດນາມ ແລະ ໂລກ.
ນອກຈາກນັ້ນ, ຢູ່ທີ່ນີ້ຍັງມີລະບົບນ້ຳຕົກຕາດທີ່ໜ້າຕື່ນຕາຕື່ນໃຈ.
ເຂດນິເວດວິທະຍາພູພຽງ ກອນຮ່າໜຶ່ງ ກໍ່ແມ່ນເຂດທ່ອງທ່ຽວເຊິ່ງໄດ້ຮັບການນິຍົມຈາກຫຼາຍຄົນ
(ພາບ: nld.com.vn)