ເຮືອນວິນລາຫຼັງນີ້ແມ່ນພະແນກວິທະຍຸໂທລະເລກຂອງອຳນາດການປົກຄອງພວກລ່າເມືອງຂຶ້ນຝລັ່ງ ກໍ່ສ້າງເມື່ອເດືອນ ຕຸລາ 1912.
ເຮືອນວິນລາຫຼັງນີ້ແມ່ນຂີດໝາຍປະຫວັດສາດ ແລະ ສະຖາປັດຕະຍາກຳຂອງຝລັ່ງ.
ພິເສດ, ນີ້ກໍ່ແມ່ນສະຖານີກະຈາຍສຽງ ເຊິ່ງໄດ້ກະຈາຍບົດຖະແຫຼງການປະກາດເອກະລາດໄປທົ່ວປະເທດ ແລະ ໂລກໃນຕອນທ່ຽງວັນທີ 07 ກັນຍາ 1945 (ພາຍຫຼັງປະທານໂຮ່ຈີມິນ ອ່ານຖະແຫຼງປະກາດເອກະລາດ, ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ, ພາຍຫຼັງເປັນເວລາ 5 ວັນ)
ມູມໜຶ່ງຢູ່ລະບຽງເຮືອນວິນລາ ເຊິ່ງໄດ້ອອກແບບຢ່າງເປັນເອກະລັກສະເພາະຂອງສະຖາປັດຕະຍາກຳຝລັ່ງ
ເຮືອນວິນລາຫຼັງນີ້ມີອາຍຸກວ່າ 100 ປີເຊິ່ງຍັງຮັກສາບັນດາຈຸດຄວາມງາມຂອງສະຖາປັດຕະຍາກຳຝລັ່ງ ໄວ້ຫຼາຍຢ່າງຢູ່ຫວຽດນາມ.
ຝາເຮືອນວິນລາຫຼັງນີ້ໜາ 40 cm, ສະນັ້ນ ໃນລະດູຮ້ອນແມ່ນເຢັນທີ່ສຸດ ແລະ ລະຍາມລະດູໜາວແມ່ນມີຄວາມອົບອຸ່ນ.
ທາງໃນຂອງເຮືອນວິນລາ ແມ່ນຫ້ອງນອນຂອງຄອບຄົວຜົວເມຍລຸງ ຫວຽນວັນເຍິດ ແລະ ປ້າ ເຢືອງທິເງິນ ເຊິ່ງແມ່ນໂຄສົກຜູ້ທຳອິດຂອງ VOV ອ່ານບົດຖະແຫຼງປະກາດເອກະລາດຂອງປະທານໂຮ່ຈີມິນ ໃນຄື້ນວິທະຍຸສົ່ງໄປທົ່ວປະເທດ ແລະ ໂລກເມື່ອປີ 1945.
ເດີ່ນຢູ່ທາງຫຼັງເຮືອນວິນລາ ມີຕົ້ນໄມ້ຫຼາຍຕົ້ນ.
ພາບແຕ້ມເຮືອນວິນລາ ໂດຍສະຖາປານິກ ນາງ ເຈິ່ນທິແທັງຖຸ໋ຍ - ຫົວໜ້າກຸ່ມແຕ້ມພາບເຂດຕົວເມືອງຮ່າໂນ້ຍ.