ງານສະແດງດົນຕີປະສານສຽງຂອງວົງດົນຕີ ຢ໊າງຊິງແຊັງ (Green Christmas) ໄດ້ດຳເນີນໃນຕອນຄ່ຳວັນທີ 21 ທັນວາ ຢູ່ສະຖາບັນດົນຕີແຫ່ງຊາດຫວຽດນາມ, ທີ່ຮ່າໂນ້ຍ.
ຜູ້ບັນຊາການສະແດງດົນຕີປະສານສຽງແມ່ນເອື້ອຍ ຫງວຽນຫາຍອ໊ຽນ ໄດ້ແບ່ງປັນວ່າ: ຢໍ໊ແຊັງ ໄດ້ກຳເນີດມາຈາກຄວາມປາດຖະໜາຂອງເອື້ອຍເອງນັ້ນແມ່ນ ຢາກນຳເອົາດົນຕີປະສານສຽງຍັບເຂົ້າໃກ້ກັບທຸກຄົນກວ່າ.
ແມ່ນຄ່ຳຄືນສະແດງສ້າງຂີດໝາຍຂອງ ຢໍ໊ແຊັງ ດ້ວຍການເຄື່ອນໄຫວວົງຄະນະຍາດທີ່ມີຄວາມໝາຍຫຼາຍຢ່າງ.
ກຸ່ມວົງດົນຕີມີສະມາຊິກເກືອບ 100 ຄົນດ້ວຍເກນອາຍຸແຕກຕ່າງກັນ, ນັບແຕ່ເຍົາວະຊົນທີ່ມີອາຍຸແຕ່ 5- 6 ປີ, ຈົນຮອດຜູ້ທີ່ມີອາຍຸກວ່າ 80 ປີ, ໂດຍບໍ່ຈຳແນກອາຊີບ, ລະດັບດົນຕີ…

ການສະແດງເປົ່າຂຸ່ຍຂອງນັກສິລະປິນ ດິງກວາງຫວູ ດ້ວຍບົດເພງ You raise me up

ການສະແດງຂັບຮ້ອງບົດເພງ Believe…
ການສະແດງຂັບຮ້ອງບົດເພງ Silent Night ດ້ວຍແສງທຽນ 100 ເຫຼັ້ມ.

ຈາງບຸ່ຍ ສະແດງບົດເພງ Silent Night

ບົດເພງ "We wish you a Merry Christmas" ໄດ້ສິ້ນສຸດລາຍການສະແດງດົນຕີປະສານສຽງ

ງານສະແດງດົນຕີປະສານສຽງ ຢ໊າງຊິງແຊັງ ແມ່ນໜຶ່ງໃນບັນດາຂອງຂວັນທີ່ມີຄວາມໝາຍອວຍພອນໄຊ ແລະ ຄວາມຫວັງໃຫ້ເດັກນ້ອຍທີ່ບໍ່ເຄີຍໄດ້ຮັບຊົມລາຍການສະແດງຢູ່ເວທີໃຫຍ່. ຂອງຂວັນທາງດ້ານຈິດໃຈນີ້ຈະເປັນການປະກອບສ່ວນສ້າງສິ່ງທີ່ດີງາມໃນຈິດໃຈແຕ່ລະຄົນ.