![]() |
| ຕອນເຊົ້າວັນທີ 25 ສິງຫາ, ກົມເອກະສານ ແລະ ສຳເນົາແຫ່ງລັດໄດ້ສົມທົບກັບຫໍພິພິທະພັນວິຈິດສິນຈັດຕັ້ງງານວາງສະແດງ“ ວາດແຕ້ມຕົວຢ່າງເຄື່ອງໝາຍແຫ່ງຊາດຫວຽດນາມ - ຈິດຕະກອນບຸ່ຍແທັງເຈືອກ”. ງານວາງສະແດງໄດ້ແນະນຳເອກະສານ, ສຳເນົາເກືອບ 200ຢ່າງກ່ຽວກັບການກຳເນີດຂອງເຄື່ອງໝາຍແຫ່ງຊາດຫວຽດນາມ ແລະ ໃບແຕ້ມຕົ້ນສະບັບກ່ຽວກັບເຄື່ອງ ໝາຍ ແຫ່ງຊາດຂອງຈິດຕະກອນບຸ່ຍແທງເຈືອກ. |
![]() |
![]() |
| ງານວາງສະແດງຖືກຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ |
![]() |
| ຕົວຢ່າງເຄື່ອງໝາຍ ແຫ່ງຊາດຂອງຫວຽດນາມໄດ້ ນຳ ໃຊ້ໃນປັດຈຸບັນ. |
![]() |
![]() |
![]() |
| ທີ່ງານວາງສະແດງ, ມວນຊົນໄດ້ມີໂອກາດໄດ້ຮັບຊົມຄວາມເປັນມາຂອງ ໃບແຕ້ມຕົ້ນສະບັບກ່ຽວກັບຕົວຢ່າງເຄື່ອງໝາຍແຫ່ງຊາດຫວຽດນາມ. |
![]() |
| ວາດແຕ້ມເຄື່ອງໝາຍ ແຫ່ງຊາດ 2 ຕົວຢ່າງຂອງປະເທດ ສສ.ຫວຽດນາມ ໂດຍຈິດຕະກອນ ບຸ່ຍຈາງເຈືອກແຕ້ມ. |
![]() |
| ວາດແຕ້ມຕົວຢ່າງເຄື່ອງໝາຍແຫ່ງຊາດ ຫວຽດນາມ, ໃບແຕ້ມສີ ມີຮູບດວງອາທິດພວມແຜ່ລັດສະໝີ, ມີແຖບຜ້າໄໝທີ່ອ່ອນນວນ, ຕົ້ນເຂົ້າພວມສຸກເຫຼືອງ ແລະ ຄ້ອນທັ່ງ ສະແດງໃຫ້ເຫັນພື້ນຖານອຸດສາຫະກຳ, ມີດວງດາວຄຳ 5 ກິບ. |
![]() |
|
ບາງຕົວຢ່າງກ່ຽວກັບໃບກຽດຕິມະສັກ, ໃບຄອບຄົວສະຫງ່າລາສີໂດຍຈິດຕະກອນບຸຍຈາງເຈືອກແຕ້ມ. |
![]() |
| ວາດແຕ້ມດ້ວຍສໍ້ດຳ ແລະ ບັນດາໃບແຕ້ມສີດ້ວຍແຖວຕົວໜັງສືເຄື່ອງໝາຍແຫ່ງຊາດ “ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ” ດ້ວຍດວງດາວ 5 ກິບ, ປະຕູວິຫານຮຸ່ງ, ຄ້ອນທັ່ງ ແລະ ແຖບຜ້າໄໝສະຫລັບກັບບັນດາຕົ້ນເຂົ້າ. |
![]() |
| ໃບແຕ້ມດ້ວຍສໍ້ດຳ ແລະ ໃບແຕ້ມດ້ວຍສີ ກ່ຽວກັບຕົວຢ່າງເຄື່ອງໝາຍແຫ່ງຊາດດ້ວຍດວງດາວ 5 ກີບຢູ່ເຄິ່ງກາງ, ທົ່ງນາ, ແຖບຜ້າໄໝອ້ອມຮອບ, ຕົ້ນເຂົ້າ, ໂຕຄວາຍ, ເຮືອນ, ສາຍພູແລະ ຄ້ອນທັ່ງ. |
![]() |
| ເຄື່ອງໝາຍແຫ່ງຊາດຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. |
![]() |
![]() |
| ບັນດາໃບແຕ້ມເຄື່ອງໝາຍແຫ່ງຊາດລ້ວນແຕ່ແມ່ນບັນດາຜະລິດຕະພັນສິລະປະກຳພິເສດ ແລະ ເປັນເອກະລັກທາງດ້ານຫົວເລື່ອງເນື້ອໃນຮູບການ ແລະ ເປັນຫຼັ້ກຖານນຢັ້ງຢືນຂະບວນວິວັດແຫ່ງການອອກແຮງງານທາງດ້ານສິລະປະຂອງຈິດຕະກອນ ບຸ່ຍຈາງເຈືອກ. |
![]() |
![]() |
![]() |
![]() |
| ຜ່ານງານວາງສະແດງ, ຄະນະຈັດຕັ້ງມີຄວາມຫວັງຢ່າງໃຫ້ມວນຊົນ, ພິເສດແມ່ນໄວໜຸ່ມ ມີຄວາມເຂົ້າໃຈຕື່ມກ່ຽວກັບຄວາມ ໝາຍ ຂອງເຄື່ອງໝາຍ ແຫ່ງຊາດຫວຽດນາມ, ຈາກນັ້ນສົ່ງເສີມຄວາມເອກອ້າງທະນົງໃຈແລະເຊີດຊູຊາດຂອງຕົນ. |
![]() |
| ແຂກມາຢ້ຽມຊົມຂຽນຄວາມຮູ້ສຶກໃສ່ປື້ມ. |
ງານວາງສະແດງຈະແກ່ຍາວຮອດວັນທີ 6 ກັນຍາຈຶ່ງຈະອັດລົງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ



















