ງານວາງສະແດງໄດ້ດຳເນີນໃນລະຫວ່າງວັນທີ 04 – 15 ຕຸລາ, ຢູ່ ເຮືອນເລກທີ 42 – 44, ຖະໜົນຮ່າງບາກ, ຮ່າໂນ້ຍ. ງານວາງສະແດງນອນໃນບັນດາການເຄື່ອນໄຫວໂດຍຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10 ຕຸລາ 1954 – 10 ຕຸລາ 2019) ແລະ 20 ປີແຫ່ງວັນຮ່າໂນ້ຍ ໄດ້ຮັບການເຊີດຊູເປັນ “ນະຄອນສັນຕິພາບ” ຈາກອົງການ UNESCO.
![]() |
|
ນັກຖ່າຍຮູບ ເລບິ໊ກ ເຊິ່ງແມ່ນຜູ້ທີ່ກຳເນີດໃນຊຸມປີ 70 ແລະ ເຕີບໃຫຍ່ຢູ່ຮ່າໂນ້ຍ ເລບິ໊ກ ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະຫຼັງສົງຄາມ, ເຊິ່ງແມ່ນໄລຍະແຫ່ງການເລີ່ມປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ. |
![]() |
| ເລບິ໊ກ ແບ່ງປັນວ່າ: “ຮ່າໂນ້ຍ ໄດ້ມີການປ່ຽນແປງຫຼາຍ ແຕ່ຂ້າພະເຈົ້າຈະບໍ່ຫຼົງລືມຄວາມງາມໃນເມື່ອກ່ອນ, ບັນດາຈຸດທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ”. |
![]() |
| ບໍ່ອາດຫຼົງລືມກິ່ນຫອມຂອງດອກຕີນເປັດພ້ອມກັບສຽງລະຄັງຂອງໂບດໃນຍາມຄ້າຍແລງ … |
![]() |
| ຂ້າພະເຈົ້າໄດ້ຮັກສາໄວ້ໃນໃຈກ່ຽວກັບຮູບພາບນາງສາວນ້ອຍຂີ່ລົດຖີບໄປຕາມຖະໜົນ, ສຽງກະລິ່ງຂອງລົດໄຟນຳໃຊ້ໄຟຟ້າ, ສີສັນຂອງການຍິງບັ້ງໄຟດອກຊົມເຊີຍວັນໄດ້ຮັບໄຊຊະນະ. ແລະຂ້າພະເຈົ້າກໍ່ເຈັບປວດຢູ່ໃນໃຈເມື່ອເຫັນຄວາມງາມຂອງຮ່າໂນ້ຍ ໃນເມື່ອກ່ອນພວມຄ່ອຍໆຖືກສູນຫາຍ ແລະ ຖືກຫຼົງລື່ມໄປໂດຍບໍ່ໄດ້ຕັ້ງໃຈ… |
![]() |
| “ຕາມການເວລາ, ຂ້າພະເຈົ້າໄດ້ ແລະ ພວມຖ່າຍບັນດາຊຸດຮູບກ່ຽວກັບຄວາມງາມ, ສິ່ງຍອດຍິ່ງ ແລະ ສີສັນຂອງຮ່າໂນ້ຍ ເພື່ອໃຫ້ພວກເຮົາມີຄວາມຮັກຕໍ່ຮ່າໂນ້ຍ ຫຼາຍກວ່າ, ເຄົາລົບບັນດາສິ່ງທີ່ພວກເຮົາມີໃນທຸກວັນນີ້” |
![]() |
| ຂ້າພະເຈົ້າໄດ້ເຫັນຄາວຍັງເປັນເດັກ |
![]() |
| ຮ່າໂນ້ຍ ສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ |
![]() |
| ຍາມຄ່ຳຄືນຢູ່ຂົວ ລອງບຽນ |
![]() |
| ຮ່າໂນ້ຍ ທີ່ງຽບສະຫງັດ |
![]() |
| ຍາມຄ້າຍແລງຢູ່ໜອງ ຮ່ວານກ໊ຽມ |
![]() |
| ຮ່າໂນ້ຍ ຍາມໃກ້ຈະຮອດບຸນເຕັດ |
![]() |
| ຕ້ອນຮັບແຂກໃນຕອນເຊົ້າວັນທີ 1 ບຸນເຕັດ |
![]() |
| ໂບດໃຫຍ່ |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ












