ໂດຍຖືກຂະໜານນາມວ່າແມ່ນດອກໄມ້ ພະລາຊະວັງຕິດພັນກັບຮູບພາບລາດຊະວົງຫງວຽນ ຢູ່ເຫ້ວ, ດອກ ເຟີມຽນນະ ບານສະພັງ ໃນທ້າຍເດືອນມີນາ ແລະ ຕົ້ນເດືອນເມສາ ໃນແຕ່ລະປີ, ອັນໄດ້ສ້າງຮູບພາບທີ່ງົດງາມໃຫ້ແກ່ ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມທັດສະນະສຶກສາ.
ແຕ່ບາງກ່ອນຕົ້ນດອກ ເຟີມຽນນະ ໄດ້ຮັບຖືວ່າແມ່ນຕົ້ນໄມ້ທີ່ມີຄ່າຫາຍາກ, ພຽງແຕ່ໄດ້ປູກໃນພະລາຊະວັງ ແລະ ບັນດາເຂດສູສານຂອງ ເຈົ້າຊີວິດ ໃນລາດຊະວົງຫງວຽນ
ສີຂອງດອກ ເຟີມຽນນະ ມີຄວາມເປັນເອກະລັກຍ້ອນສີບົວທີ່ສວຍງາມ
ເມື່ອຮອດຍາມອອກໜໍ່ໃບໄມ້ຂອງຕົ້ນດອກ ເຟີມຽນນະ ຖືກຫຼົ່ນລົງໝົດ ແລະ ໄດ້ຄ່ອຍໆອອກພວງດອກໜ້ອຍໆຢ່າງໜ້າແໜ້ນຢູ່ຕາມຫງ່າໄມ້, ດອກໄມ້ມີສີອິດອ່ອນ.
ຫຼຽວເບິ່ງຈາກບ່ອນສູງ, ຕົ້ນດອກ ເຟີມຽນນະ ໄດ້ພາກັນບານສະພັງຢ່າງສວຍສົດງາມງາມຢູ່ຕາມຫຼັງຄາ ມຸ່ງດິນຂໍທີ່ເກົ່າແກ່ໃນ ພະລາຊະວັງເຫ້ວ
ລຳຕົ້ນດອກ ເຟີມຽນນະ ບືນຂຶ້ນຊື່ທັດໃນທ່າມກາງທ່ອງຟ້າແຈ່ມໃສ ອັນໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວທັງ.
ພະລາຊະວັງເຫ້ວແມ່ນສະຖານທີ່ຫາຍາກຂອງ ຫວຽດນາມ ທີ່ມີຕົ້ນດອກ ເຟີມຽນນະ ພິເສດ ດ້ວຍສີດອກສວຍງາມເປັນໜ້າປະທັບໃຈ.
ຕາມປຶ້ມປະຫວັດສາດແລ້ວ, ມີຕົ້ນດອກ ເຟີມຽນນະ 2 ຕົ້ນຖືກນຳມາຈາກແຂວງ ກວາງຕຸງ ປະເທດຈີນ, ເຈົ້າຊີວິດ ມິງມາງ ໄດ້ນຳມາປູກ ຢູ່ສອງແຈ່ ວັງເກິ່ນຈ໊າງ ໃນພະລາຊະວັງເຫ້ວ.
ຫຼັງຈາກນັ້ນຍ້ອນຄວາມເມົາມົວກັບດອກໄມ້ສວຍງາມພິເສດນີ້ ເຈົ້າຊີວິດຈຶ່ງຊັ່ງໃຫ້ຜູ້ມີຄວາມເຂົ້າໃຈດ້ານຕົ້ນໄມ້ໃບຫຍ້າ ໄປຊອກຫາແນວພັນຕົ້ນ ເຟີມຽນນະ ຢູ່ດິນແດນໃຫ້ກຳເນີດ.
ໃນຊ່ວງເວລານີ້ແຂກທ່ອງທ່ຽວເມື່ອມີໂອກາດມາຢ້ຽມຊົມພະລາຊະວັງເຫ້ວຈະໄດ້ເຫັນປະຈັກຕາຕົ້ນດອກ ເຟີມຽນນະ ພວມພາກັນອອກດອກເອ້ຄວາມງາມ
ໂດຍຖືກອຸປະມາດ້ານຕົ້ນໄມ້ພິເສດທີ່ຫາຍາກທີ່ສຸດ, ຕົ້ນ ເຟີມຽນນະ ພວມຖືກສູນອະນຸລັກຮັກສາປູຊະນີຍາສະຖານກຸ່ງເກົ່າເຫ້ວຂະຫຍາຍແນວພັນເພື່ອອະນຸລັກ