ດັ່ງທີ່ທຸກທ່ານໄດ້ຮູ້ແລ້ວວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ຖືກດຳເນີນໃນສະພາບການທີ່ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຮອບທີ 4 ດ້ວຍການຜັນແປທີ່ສັບສົນຫຼາຍຢ່າງ, ເຖິງຢ່າງໃດກໍຕາມ, ການເລືອກຕັ້ງໄດ້ດຳເນີນໄປດ້ວຍດີ, ມີຄວາມປອດໄພ, ຖືກຕ້ອງຕາມກົດໝາຍ ດ້ວຍຈຳນວນ 99,57% ຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການປ່ອນບັດ. ໃນອາທິດຜ່ານມາ, ທ່ານຜູ້ຟັງຈາກຫຼາຍປະເທດໄດ້ສົ່ງຈົດໝາຍມາຍັງ VOV5 ໃນນັ້ນ ມີທ່ານ ຄຳພັນ, ທ່ານ ຈະເລີນສຸກ - ຜູ້ຟັງລາຍການພາກພາສາ ລາວ ພ້ອມດ້ວຍທ່ານຜູ້ຟັງຈຳນວນໜຶ່ງທີ່ມາຈາກ ກຳປູເຈຍ, ອິນເດຍ, ຈີນ, ແອັດສະປາຍ ໄດ້ເພື່ອສະແດງຄວາມປະທັບໃຈ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງການເລືອກຕັ້ງດັ່ງກ່າວ.
ພູດອຍພາກເໜືອ ຫວຽດນາມ ຂອງຊ່າງພາບ ໂດະທູກວຽນ |
ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານທີ່ໄດ້ສົ່ງຈົດໝາຍມາອວຍພອນ ກໍຄືໃຫ້ຄຳຍ້ອງຍໍປະເທດ ຫວຽດນາມ ທີ່ສວຍງາມຂອງພວກຂ້າພະເຈົ້າ. ຫວຽດນາມ ຍັງມີທັດສະນີຍະພາບ ແລະ ສິ່ງທີ່ໜ້າຈັບອົກຈັບໃຈຫຼາຍຢ່າງທີ່ພວມລໍຖ້າຍິນດີຕ້ອນຮັບທ່ານຜູ້ຟັງມາຄົ້ນຫາ. VOV5 ຈະສືບຕໍ່ແນະນຳສິ່ງທີ່ໜ້າຈັບໃຈກ່ຽວກັບການທ່ອງທ່ຽວ, ປະເທດຊາດ, ຊາວ ຫວຽດນາມ ແລະ ບັນດາຂໍ້ມູນຂ່າວກ່ຽວກັບ ຫວຽດນາມ ແລະ ໂລກ ທີ່ເປັນປະໂຫຍດແກ່ທ່ານຜູ້ຟັງໃຫ້ຫຼາຍກວ່າອີກ ໃນໄລຍະຈະມາເຖິງ. ເພາະສະນັ້ນ, ທ່ານຢ່າລືມຕິດຕາມ ແລະ ສະໜັບສະໜູນພວກຂ້າພະເຈົ້າຜ່ານລາຍການທີ່ໄດ້ອອກອາກາດຜ່ານຄື້ນກະຈາຍສຽງ ແລະ ເວັບໄຊ vovworld.vn.
ຕໍ່ໄປນີ້, ພວກຂ້າພະເຈົ້າຈະສະຫງວນເວລາທີ່ຍັງເຫຼືອຂອງລາຍການທັງໝົດ ເພື່ອຕອບບັນດາຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ໃນອາທິດຜ່ານມາ, ເພື່ອນ ພອນຄຳ ສີສົມພັນ ເຊິ່ງເປັນແຟນລາຍການພາກພາສາລາວ ໄດ້ສົ່ງຂໍ້ຄວາມແບ່ງປັນກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ ລາວ ຢ່າງເປັນປະຈຳ. ນອກຈາກນັ້ນ, ເພື່ອນກໍມີຄວາມສົນໃຈເຖິງການພັດທະນາວັກຊິນກັນພະຍາດໂຄວິດ - 19 Nano Covax ຂອງ ຫວຽດນາມ ແລະ ປາດຖະໜາວ່າ ທາງລາຍການຈະແບ່ງປັນຂໍ້ມູນເພີ່ມເຕີມກ່ຽວກັບວັກຊິນຊະນິດນີ້.
ເພື່ອນ ພອນຄຳ ສີສົມພັນ ພ້ອມດ້ວຍທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ພ້ອມກັບວັກຊິນກັນພະຍາດໂຄວິດ - 19 ເປັນ 2 ຊະນິດ ໂດຍ ຫວຽດນາມ ຄົ້ນຄວ້າຄື ວັກຊິນ Covivac ແລະ Vabiotech Covid – 19 ນັ້ນ, ວັກຊິນ Nano Covax ຂອງບໍລິສັດ NANOGEN ແມ່ນວັກຊິນຊະນິດທຳອິດ ທີ່ໄດ້ຮັບການຄົ້ນຄວ້າ ແລະ ປັດຈຸບັນໄດ້ປະຕິບັດສໍາເລັດການສັກທົດລອງໄລຍະທີ 2 ແລ້ວ. ຜູ້ອາສາສະໝັກທັງໝົດທີ່ເຂົ້າຮ່ວມການສັກທົດລອງໃນໄລຍະທີ 2 ນີ້ ກໍ່ລ້ວນແຕ່ສ້າງພູມຕ້ານທານຕ້ານໄວຣັດໄດ້. ຄາດວ່າ, ຕົ້ນເດືອນມິຖຸນາປີ 2021 ນີ້ ຈະເລີ່ມດຳເນີນການສັກທົດລອງໄລຍະທີ 3 ເພື່ອແນໃສ່ຕີລາຄາປະສິດທິພາບການປ້ອງກັນຂອງວັກຊິນ Nano Covax ໃນຊຸມຊົນ, ໂດຍໄດ້ຜັນຂະຫຍາຍສັກທົດລອງຢູ່ຫຼາຍສູນ ແລະ ເປີດກວ້າງເປົ້າໝາຍ ກໍຄືຈຳນວນຕົວຢ່າງ, ໃນໄລຍະນີ້ຈະສັກ 25 mcg. ຄາດວ່າ, ທ້າຍເດືອນກັນຍາ, ເມື່ອໄລຍະທີ 3 ໄດ້ຮັບການປະຕິບັດຢ່າງສຳເລັດຜົນ, ຫວຽດນາມ ອາດຈະສາມາດຜະລິດວັກຊິນກັນພະຍາໂຄວິດ - 19 ຊະນິດທຳອິດຂອງຕົນ.
ຄຳຖາມຕໍ່ໄປແມ່ນມາຈາກທ່ານຜູ້ຟັງ Thach Saphia ຢູ່ ກຳປູເຈຍ. ເພື່ອນ Thach Saphia ຢາກໃຫ້ທາງລາຍການແນະນຳກ່ຽວກັບການຜັນຂະຫຍາຍການໄປຕະຫຼາດດ້ວຍລະຫັດ QR – Code ເພື່ອຕ້ານໂລກລະບາດໂຄວິດ - 19 ຢູ່ ນະຄອນ ດ່າໜັງ.
ຄະນະຈັດສັນຕະຫຼາດຈະນຳໃຊ້ໂປຼແກຼມ Eticket - Da Nang scan ບັດ QR-Code |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

