ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ(ພາບ: dangcongsan.vn)
|
ເພື່ອນ ທິລາດ ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີແມວມາຫາລາຍການແບ່ງປັນວ່າ: “ຜ່ານບັນດາພາຫະນະສື່ມວນຊົນ, ຂ້າພະເຈົ້າເຫັນວ່າ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດຳເນີນໄປຢ່າງວ່ອງໄວ ແລະ ມີປະສິດທິຜົນ, ຮັບປະກັນຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນໄລຍະຈະມາເຖິງ. ທີ່ກອງປະຊຸມໃຫຍ່ຄັ້ງນີ້ ຫວຽດນາມ ຈະຍົກອອກວິໄສທັດກ່ຽວກັບວິວັດທະນາການແຫ່ງການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະ ຫວຽດນາມ ຈະນັບມື້ນັບມີທີ່ຕັ້ງບົດບາດສູງກວ່າບົນເວທີສາກົນໃນຊຸມປີຈະມາເຖິງ. ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈົ່ງບັນລຸຜົນສຳເລັດຢ່າງຈົບງາມ”.
ນອກນັ້ນ, ເພື່ອນ ບົວລີ ແສງຄຳ, ເພື່ອນ ເພດສະຫວັນ ສົມຊະນິດ ກໍ່ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການພາກພາສາລາວ ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ບັນລຸຜົນສຳເລັດຢ່າງຈົບງາມເຊັ່ນດຽວກັນ.
ແລະກໍ່ໃນອາທິດຜ່ານມາ, ມີຊາວຫວຽດນາມ ດຳລົງຊີວິດຢູ່ລາວ ຫຼາຍຄົນກໍ່ສະແດງຄວາມສົນໃຈເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ໃນນັ້ນ, ທ່ານ ເຢືອງດິ່ງບ໋າງ, ສະມາຊິກຄະນະບໍລິຫານງານສະຫະສະມາຄົມວິສາຫະກິດຫວຽດນາມ ລົງທຶນດຳເນີນທຸລະກິດຢູ່ລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງນີ້ຈະມີບັນດາແຜນນະໂຍບາຍທີ່ເໝາະສົມ, ກຳນົດທິດໃຫ້ແກ່ວຽກງານເສດຖະກິດການຕ່າງປະເທດ, ເປັນພື້ນຖານໃຫ້ແກ່ການເຄື່ອນໄຫວລົງທຶນ ດຳເນີນທຸລະກິດຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ຢ່າງມີປະສິດທິຜົນກວ່າ, ເໝາະສົມກັບການພົວພັນລະຫວ່າງ 2 ປະເທດ.
“ການພົວພັນລະຫວ່າງ 2 ປະເທດຕ້ອງມີຍຸດທະສາດພັດທະນາ. ສະນັ້ນ, ພວກຂ້າພະເຈົ້າໄດ້ຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະມີບັນດາລັດຖະນະໂຍບາຍມີລັກສະນະຍຸດທະສາດໃນການຮ່ວມມືພັດທະນາເສດຖະກິດ, ກໍຄືປົກປັກຮັກສາຄວາມໝັ້ນຄົງດ້ານປ້ອງກັນຊາດລະຫວ່າງ 2 ປະເທດ. ຕ້ອງມີນະໂຍບາຍຢ່າງເປີດເຜີຍກວ່າ, ສ້າງສະພາບແລດລ້ອມໃຫ້ເປັນຢ່າງດີກວ່າໃຫ້ແກ່ບັນດາວິສາຫະກິດຫວຽດນາມ ມາລົງທຶນຢູ່ລາວ, ເພື່ອໃຫ້ຫວຽດນາມ ແລະ ລາວ ພ້ອມກັນພັດທະນາ. ພວກເຮົາລົງທຶນໂດຍມີການຄັດເລືອກ ເພື່ອໃຫ້ມີສັນຍາລັກໃດໜຶ່ງ ສະແດງໃຫ້ເຫັນສາຍພົວພັນແບບພິເສດລະຫວ່າງ 2 ປະເທດ”.
ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງ 2 ພັກ, 2 ລັດ ຫວຽດນາມ - ລາວ. ກວ່າ 400 ໂຄງການລົງທຶນ, ດ້ວຍຍອດຈຳນວນທຶນກວ່າ 4,1 ຕື້ USD, ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນປະເທດທີ່ລົງທຶນຢູ່ລາວ. ເຖິງຢ່າງໃດກໍ່ຕາມ, ມີຫຼາຍຄຳເຫັນຖືວ່າ, ການຮ່ວມມືລະຫວ່າງ 2 ປະເທດຍັງບໍ່ທັນເໝາະສົມກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ 2 ປະເທດ.
ເພື່ອນ ວຽງ ສິນທຳມະນາວົງ, ສົ່ງອີແມວ ມາຫາລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ຫວຽດນາມ ມີປະເພດສິລະປະພື້ນເມືອງນັ້ນແມ່ນ "ການສະແດງຕຸກກະຕານ້ຳ”. ຂ້າພະເຈົ້າໄດ້ຮັບຊົມບັນດາລາຍການສະແດງຕຸກກະຕາຂອງຫຼາຍປະເທດຜ່ານໂທລະພາບແລ້ວ ແຕ່ການສະແດງຕຸກກະຕາຂອງຫວຽດນາມ ພັດສະແດງບົນໜ້ານ້ຳ. ຂ້າພະເຈົ້າບໍ່ຮູ້ວ່າ ຢາກຊົມລະຄອນຕຸກກະຕານ້ຳຢູ່ຮ່າໂນ້ຍ ແມ່ນຈະມາບ່ອນໃດ?
ສິລະປະລະຄອນຕຸກກະຕານ້ຳຂອງຫວຽດນາມ(ພາບ: langnghevietnam.vn)
|
ເພື່ອນ ວຽງ ສິນທຳມະວົງ ທີ່ຮັກແພງ, ສິລະປະລະຄອນຕຸກກະຕານ້ຳ ແມ່ນປະເພດສິລະປະສະແດງບົນເວທີ່ພື້ນເມືອງທີ່ເປັນເອກະລັກສະເພາະ, ຕິດພັນກັບ ພື້ນຖານອະລິຍະທຳປູກເຂົ້ານາທາມ ແລະ ໄດ້ມີມາກ່ອນນີ້ນັບພັນປີຢູ່ຫວຽດນາມ. ບັນດາລາຍການສະແດງຕຸກກະຕານ້ຳ ສ່ວນຫຼາຍແມ່ນສ່ອງແສງໃຫ້ເຫັນການດຳລົງຊີວິດທາງດ້ານວັດທະນະທຳຂອງຫວຽດນາມ, ຈາກຮີດຄອງປະເທດນີ, ການອອກແຮງງານທຳການຜະລິດ… ການສະແດງຕົວຕຸກກະຕານ້ຳແມ່ນຍາກກວ່າຫຼາຍເທົ່າເມື່ອທຽບໃສ່ສະແດງຕຸກກະຕານຳບົນເວທີສະແດງ. ດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະຄືແນວນັ້ນ, ການສະແດງລະຄອນຕຸກກະຕານ້ຳໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຊົມເປັນຈຳນວນຫຼາຍ. ຢູ່ຮ່າໂນ້ຍ, ມີບັນດາສະຖານທີ່ສະແດງລະຄອນຕຸກກະຕານ້ຳຄືດັ່ງນີ້:
- ໂຮງລະຄອນຕຸກກະຕານ້ຳ ທັງລອງ - ຢູ່ເຮືອນເລກທີ 57b ຖະໜົນ ດິງຕຽນຮ່ວາງ, ຕາແສງ ລິ໊ທ໊າຍໂຕ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ.
- ໂຮງລະຄອນຕຸກກະຕານ້ຳ ບົງແຊນ - ຢູ່ເຮືອນເລກທີ 16 ເລທ໊າຍໂຕ, ຕາແສງ ຮ່າງຈົ໊ງ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ.
- ໂຮງລະຄອນຕຸກກະຕານ້ຳ ຫວຽດນາມ - ຢູ່ເຮືອນເລກທີ 361, ຖະໜົນ ເຈື່ອງຈິງ, ຕາແສງ ເຄືອງຈູງ, ເມືອງ ແທັງຊວັນ, ຮ່າໂນ້ຍ.
ຫວັງວ່າ, ພາຍຫຼັງຮັບຊົມສິລະປະຟ້ອນຕຸກກະຕານ້ຳຂອງຫວຽດນາມ, ເພື່ອນຈົ່ງແບ່ງປັນຄວາມຮູ້ສຶກຂອງທ່ານກ່ຽວກັບສິລະປະປະເພດນີ້ມາໃຫ້ຜູ້ຟັງ, ຜູ້ອ່ານ ແລະ ລາຍການ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

