ວັນທີ 20 ທັນວາ, ທີ່ການຖະແຫຼງຂ່າວປະຈໍາປີ ເນື່ອງໃນໂອກາດທ້າຍປີ 2018, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ກ່າວເຕືອນຄວາມສ່ຽງວ່າ ບັນດາພາກສ່ວນກໍ່ການຮ້າຍ ໄດ້ຫັນປ່ຽນການເຄື່ອນໄຫວຈາກ ຊີຣີ ໄປຍັງບັນດາປະເທດອື່ນ. ທ່ານ Putin ເນັ້ນໜັກວ່າ ລັດເຊຍ ຈໍາເປັນຕ້ອງປັບປຸງຖານທີ່ໝັ້ນການທະຫານຢູ່ ຕາຈີກິດສະຖານ ຈົນຮອດເມື່ອໃດສະພາບການຢູ່ ອັບການິດສະຖານ ໄດ້ຮັບການແກ້ໄຂ. ທ່ານຖືວ່າ ສະພາບການຢູ່ທີ່ນີ້ ພຽງແຕ່ສາມາດແກ້ໄຂໄດ້ດ້ວຍບັນດາຂໍ້ຕົກລົງລະຫວ່າງບັນດາຝ່າຍເຂົ້າຮ່ວມວິວັດທະນາການການເມືອງຢູ່ປະເທດນີ້ເທົ່ານັ້ນ. ລັດເຊຍພ້ອມແລ້ວທີ່ຈະ ໜູນຊ່ວຍແກ້ໄຂສະພາບການຢູ່ ອັບການິດສະຖານ ລວມທັງຊຸກຍູ້ການຮ່ວມມືດ້ານເສດຖະກິດອີກດ້ວຍ.
ທ່ານປະທານາທິບໍດີລັດເຊຍ Vladimir Putin |
ເມື່ອເຕື້ອງເຖິງຂໍ້ຕົກລົງຖອນກໍາລັງທະຫານ ອາເມລິກາ ອອກຈາກ ຊີຣີ, ທ່ານ Putin ໃຫ້ຮູ້ວ່າ ຍັງບໍ່ທັນມີສັນຍານທີ່ສະແດງໃຫ້ເຫັນວ່າ ອາເມລິກາ ຈະຖອນກໍາລັງທະຫານອອກຈາກ ຊີຣີ ເທື່ອ, ແຕ່ທ່ານກໍຖືວ່າ ມັນອາດສາມາດເກີດຂຶ້ນ. ທ່ານ Putin ຖືວ່າ ການຕັດສິນຂອງທ່ານປະທານາທິບໍດີ Donald Trump ຖອນກໍາລັງທະຫານອອກຈາກ ຊີຣີ ແມ່ນຖືກຕ້ອງ ເພາະການມີໜ້າຂອງກໍາລັງທະຫານ ອາເມລິກາ ຢູ່ທີ່ນີ້ ແມ່ນຜິດກົດໝາຍ.
ກ່ຽວກັບການພົວພັນທີ່ເຄັ່ງຕຶງລະຫວ່າງ ລັດເຊຍ - ອັງກິດ, ທ່ານ Putin ຕີລາຄາວ່າ ປັດຈຸບັນ, ການພົວພັນລະຫວ່າງລັດເຊຍ ແລະ ອັງກິດພວມຕົກເຂົ້າສູ່ທາງຕັນ ແລະ ເລື່ອງຫຼຸດພົ້ນ ອອກຈາກທາງຕັນນີ້ ແມ່ນ ມີປະໂຫຍດໃຫ້ແກ່ທັງສອງປະເທດ. ທ່ານຖືວ່າ ເລື່ອງອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ ຈະສ່ົງຜົນສະທ້ອນຕໍ່ເສດຖະກິດຂອງ ເອີຣົບ, ເສດຖະກິດໂລກ ຜ່ານນັ້ນກໍສົ່ງຜົນສະທ້ອນໂດຍທາງອ້ອມເຖິງ ລັດເຊຍ.
ເມື່ອຕີລາຄາກ່ຽວກັບບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ, ທ່ານ Putin ຖືວ່າ ແມ່ນ ໄຮ້ເຫດຜົນ ແລະເພື່ອແນໃສ່ຈຸດປະສົງຄວບຄຸມປະເທດລັດເຊຍ.
ກໍທີ່ການຖະແຫຼງຂ່າວ, ທ່ານ Putin ໄດ້ຖະແຫຼງວ່າ ລັດເຊຍ ມີເຈດຕະນາດີ ຢາກລົງນາມໃນສົນທິສັນຍາສັນຕິພາບກັບ ຍີ່ປຸ່ນ ເພາະວ່າ ທັງລັດເຊຍ ແລະ ຍີ່ປຸ່ນ ລ້ວນແຕ່ມີຄວາມສົນໃຈເຖິງການແກ້ໄຂການພົວພັນສອງຝ່າຍ ຢ່າງຄົບຖ້ວນ.

