(vovworld) - ການພົວພັນລະຫວ່າງສະຫະພາບອີລົບ (EU) ແລະ ຕວກກີເຄີຍເກີດຄວາມບໍ່ລົງລອຍກັນຫຼາຍຢ່າງ, ປະຈຸບັນສືບຕໍ່ມີຄວາມເຄັ່ງຕຶງຂຶ້ນຕື່ມ, ໃນຂະນະທີ່ຊຸມມື້ຜ່ານມາ, ສອງຝ່າຍມີຄວາມບໍ່ລົງລອຍກັນໃນຫຼາຍບັນຫາ. ເລື່ອງຂາດຄວາມໄວ້ວາງໃຈ, ທ່າທີສົງໃສແມ່ນສາຍເຫດຕົ້ນຕໍທີ່ພາໃຫ້ສອງຝ່າຍຍາກທີ່ຈະຊອກໄດ້ທັດສະນະລວມໃນການຮ່ວມມື ກໍຄືໃນການແກ້ໄຂບັນດາບັນຫາສາກົນ ແລະ ພາກພື້ນ.

ວາລະປະຊຸມຂອງ EP
(ພາບ : AFP)
ວັນທີ 26/11, ລັດຖະສະພາເອີລົບ ໄດ້ຮັບຮອງເອົາບົດສະເໜີ, ຕາມນັ້ນຈະຢຸດຕິການເຈລະຈາກ່ຽວກັບເລື່ອງຮັບຕວກກີເຂົ້າເປັນສະມາຊິກຂອງ EU. ດ້ວຍສາຍເຫດວ່າ, ລັດຖະບານ ຕວກກີໄດ້ລະເມີດສິດທີ່ເປັນພື້ນຖານຂອງມະນຸດ, ພ້ອມນັ້ນ EU ກໍ່ຄິດໄລ່ເຖິງບັນດາມາດຕະການລົງໂທດດ້ານເສດຖະກິດຕໍ່ ຕວກກີ, ຍ້ອນລັດຖະບານປະເທດນີ້ໄດ້ຈັບຕົວບັນດາສະມາຊິກຂອງພັກຝ່າຍຄ້ານ ພາຍຫຼັງການລັດຖະປະຫານເມື່ອເດືອນ 7 ຜ່ານມາ.
ການກະທຳທີ່ເປັນຜົນຮ້າຍ
ພາຍຫຼັງການກະທຳດັ່ງກ່າວຂອງ EU, ປະທານາທິບໍດີ ຕວກກີ ທ່ານ Recep Tayyip Erdogan ໄດ້ອອກສຽງຮຽກຮ້ອງ EU ຕ້ອງ “ມີສະຕິກ່ຽວກັບການກະທຳຂອງຕົນ“. ທ່ານ Recep Tayyip Erdogan ຖະແຫຼງວ່າ,ລັດຖະບານປະເທດນີ້ມີຄວາມຮັບຜິດຊອບຕໍ່ການບໍລິຫານປະເທດ ແລະ Recep Tayyip Erdogan ບໍ່ມີສິດຍື່ນມືເຂົ້າວຽກງານພາຍໃນຂອງ ຕວກກີ. ທ່ານອາດສາມາດຈະກຳນົດເວລາຈັດວາງສະພາວະສຸກເສີນຢູ່ ຕວກກີ, ເຊິ່ງເຄີຍຈັດວາງພາຍຫຼັງການລັດຖະປະຫານບໍ່ໄດ້ຮັບຜົນ, ກໍ່ຄືອະນຸຍາດໃຫ້ຕັດສິນລົງໂທດປະຫານຊີວິດຄືນໃໝ່. ຕວກກີ ອາດຈະຈັດຕັ້ງການເອົາປະຊາມະຕິໃນປີ 2017 ກ່ຽວກັບເລື່ອງປະເທດນີ້ຈະສືບຕໍ່ການເຈລະຈາຕ່າງໆເພື່ອເຂົ້າເປັນສະມາຊິກ EU ຫຼືບໍ. ກ່ອນໜ້ານັ້ນ, ປະທານາທິບໍດີ Recep Tayyip Erdogan ກໍ່ໄດ້ນາບຂູ່ວ່າຈະເປີດດ່ານຊາຍແດນໃຫ້ຊາວອົບພະຍົບເຂົ້າ ເອີລົບ ຖ້າຫາກວ່າ EU ສືບຕໍ່ກໍ່ຄວາມດັນໃຫ້ປະເທດນີ້.
ປະຕິກິລິຍາຂອງ ຕວກກີ ພາຍຫຼັງຄຳຕັດສິນ “ຢຸດຕິ“ ຂໍ້ຕົກລົງຂອງ EU ແມ່ນເລື່ອງທີ່ເຂົ້າໃຈງ່າຍ. ຕວກກີໄດ້ມອບໜັງສືຂໍໄດ້ຮັບເຂົ້າເປັນສະມາຊິກ EU ເມື່ອປີ 1987. ເຖິງຢ່າງໃດກໍ່ຕາມ, ວິວັດການເຈລະຈາພຽງແຕ່ໄດ້ຮັບການເລີ່ມຕົ້ນແຕ່ປີ 2005 ເທົ່ານັ້ນ. ໃນ 11 ກວ່າປີທີ່ຜ່ານມາ, ວິວັດການເຈລະຈາກ່ຽວກັບເລື່ອງ ຕວກກີ ເຂົ້າເປັນສະມາຊິກ ສະຫະພາບເສດຖະກິດນີ້ໄດ້ປະສົບກັບສິ່ງກີດຂວາງຫຼາຍຢ່າງ ແລະ ມາຮອດປະຈຸບັນ, ທັງສອງຝ່າຍພຽງແຕ່ເປັນເອກະພາບບາງບັນຫາໃນຈຳນວນຫຼາຍບັນຫາທີ່ຕ້ອງປະຕິບັດເພື່ອໃຫ້ ຕວກກີ ໄດ້ຮັບເຂົ້າເປັນສະມາຊິກຂອງ EU ເທົ່ານັ້ນ.

(ພາບ: TTXVN)
ຜົນຢ້ອນຫຼັງທີ່ອັນຕະລາຍ
ຕໍ່ໜ້າສະພາບການດັ່ງກ່າວ, ປະທານາທິບໍດີ Recep Tayyip Erdogan ອາດຈະຖະແຫຼງປະລະຄວາມຕັ້ງໃຈເຂົ້າເປັນສະມາຊິກ EU ແລະ ຈະຂໍເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້ (SCO).ນີ້ແມ່ນອົງການລວມມີ 6 ສະມາຊິກທາງການ, ໃນນັ້ນສິ່ງທີ່ໜ້າສົນໃຈນັ້ນແມ່ນ ລັດເຊຍ ແລະ ຈີນ ເປັນສະມາຊິກຂອງອົງການນີ້. ຄວາມຈິງສະແດງໃຫ້ເຫັນວ່າ, ຕວກກີບໍ່ນາບຂູ່ລ້າໆດ້ວຍຖະແຫຼງການນີ້ເທົ່ານັ້ນ, ເພາະວ່າປີ 2017, ຕວກກີຈະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມຂອງສະໂມສອນພະລັງງານຂອງ SCO, ກາຍເປັນປະເທດບໍ່ແມ່ນສະມາຊິກທຳອິດເປັນເຈົ້າພາບຈັດຕັ້ງເຫດການນີ້. ໃນຂະນະທີ່ EU ບໍ່ສົນໃຈເຖິງ ຕວກກີ ນັ້ນ, ຈີນພັດເອົາໃຈໃສ່ທີ່ສຸດ. ຫວ່າງແລ້ວນີ້, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຖະແຫຼງວ່າຈີນພ້ອມແລ້ວທີ່ຈະຊັ່ງຊາເຖິງເລື່ອງ ຕວກກີ ຂໍເຂົ້າເປັນສະມາຊິກຂອງອົງການນີ້. ຕວກກີ ແມ່ນ “ຄູ່ເຈລະຈາ“ ຂອງກຸ່ມມາແຕ່ດົນນານແລ້ວ ແລະ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນກັບກຸ່ມ, ແລະ ຈີນ ຖືເປັນສຳຄັນຄວາມປາຖະໜາຂອງ ຕວກກີກ່ຽວກັບເລື່ອງເພີ່ມທະວີການຮ່ວມມືນັ້ນທີ່ສຸດ.
ຕາມບັນດານັກສັງເກດການແລ້ວ, ເລື່ອງ ຕວກກີ ອາດຈະປະລະ ຄວາມຕັ້ງໃຈເຂົ້າເປັນສະມາຊິກ EU ແລະ ຈະເຂົ້າເປັນສະມາຊິກ SCO ນັ້ນ, ຈະເຮັດໃຫ້ເອີລົບຮູ້ສຶກຂາດຄວາມມີສະຖຽນລະພາບກວ່າ. ຍ້ອນ ຕວກກີ ນອນໃນທີ່ຕັ້ງຍຸດທະສາດທີ່ສຳຄັນ ຢູ່ຕິດກັບ EU, ຖ້າຫາກວ່າບໍ່ມີການຮ່ວມມືຈາກ ຕວກກີ ກະແສຄົນອົບພະຍົບຈະເຂົ້າ EU ເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ ເອີລົບຍາກທີ່ຈະຄວບຄຸມຄວາມສະຫົງບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໄດ້. ບໍ່ພຽງແຕ່ຄືແນວນັ້ນ, ການພົວພັນລະຫວ່າງ ຕວກກີ - ລັດເຊຍ ນັບມື້ນັບອົບອຸ່ນ, ໃນນັ້ນຕ້ອງເວົ້າເຖິງການກະທຳ ຕວກກີຊື້ລະບົບປ້ອງກັນລູກສອນໄຟ S-400 ຈາກ ລັດເຊຍ ນັ້ນ, ຈະພາໃຫ້ ເອີລົບຂາດຄວາມມີສະຖຽນລະພາບກວ່າ, ໃນສະພາບທີ່ກຸ່ມນີ້ພວມປະເຊີນໜ້າກັບຫຼາຍບັນຫາທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂ.
