(vovworld) - ຂໍ້ຕົກລົງຢຸດຍິງທີ່ຫາກໍບັນລຸໄດ້ລະຫວ່າງອາເມລິກາ ແລະ ລັດເຊຍເລີ່ມມີຜົນສັກສິດໃນທົ່ວປະເທດຊີຣີ ນັບແຕ່ເວລາ 19 ໂມງ ວັນທີ 12/9 (ຕາມເວລາທ້ອງຖີ່ນ), ກົງກັບເວລາເລີ່ມຕົ້ນງານບຸນ Eid al Adha ຂອງຊາວອິດສະລາມ. ມີຫຼາຍຄວາມເຫັນຖືວ່າ, ນີ້ແມ່ນກາລະໂອກາດທີ່ຫາຍາກ ເພື່ອສາມາດຢຸດຕິສະພາບໃຊ້ຄວາມຮຸນແຮງທີ່ແກ່ຍາວຢູ່ປະເທດຕາເວັນອອກກາງນີ້ໃນໄລຍະ 5 ປີຜ່ານມາ. ແຕ່ຄຽງຂ້າງນັ້ນ, ກໍ່ມີຄວາມວິຕົກກັງວົນຕໍ່ຄວາມສາມາດປະຕິບັດຂໍ້ຕົກລົງຢຸດຍິງນີ້ຂອງທັງສອງຝ່າຍ.
![]() ຂໍ້ຕົກລົງຢຸດຍິງຢູ່ ຊີຣີ ໄດ້ຊ່ວຍຫລຸດຜ່ອນຄວາມສາຍຫາຍພໍສົມຄວນນັບແຕ່ມີຜົນສັກສິດ
(ພາບ: Reuters)
|
ພາຍຫຼັງຄວາມມານະພະຍາຍາມຫຼາຍຢ່າງຈາກລັດເຊຍ ແລະ ອາເມລິກາ, ຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ໃນວັນທີ 10/9, ຢູ່ ເຊີແນວ (ສະວິດ). ຂໍ້ຕົກລົງຢຸດຍິງຖືກແກ່ຍາວເປັນເວລາ 48 ຊົ່ວໂມງ ແລະ ຖ້າຫາກມັນໄດ້ຮັບການປະຕິບັດ, ແມ່ນຈະຖືກຢຸດຍິງໃນ 1 ສັບປະດາຕໍ່ໄປອີກ. ຕາມຂໍ້ຕົກລົງແລ້ວ, ທະຫານລັດຖະບານ ຊີຣີ ຕ້ອງຢຸດຕິການເຄື່ອນໄຫວດ້ານການທະຫານທັງໝົດໃນທົ່ວປະເທດ. ສ່ວນທາງຝ່າຍຄ້ານ ຊີຣີ ກໍ່ຈະຢຸດຕິການບຸກໂຈມຕີທັງໝົດ. ປັດໃຈສຳຄັນໃນຂໍ້ຕົກລົງຢຸດຍິງນັ້ນແມ່ນກຳລັງລຸກຮື້ຂຶ້ນ ແລະ ທະຫານລັດຖະບານ ຊີຣີ ຕ້ອງຖອນອອກຈາກເຂດປະທະກັນຢູ່ Aleppo ແນໃສ່ສ້າງເຂດປອດການທະຫານ ເພື່ອໃຫ້ບັນດາອົງການມະນຸດສະທຳໄດ້ສຳຜັດກັບສາມັນຊົນ.
ທັງ ອາເມລິກາ ແລະ ລັດເຊຍ ລ້ວນແຕ່ຖືວ່າ, ຂໍ້ຕົກລົງຢຸດຍິງຢູ່ ຊີຣີເປັນບາດລ້ຽວທີ່ນຳມາເຊິ່ງຄວາມຫວັງໃຫຍ່, ເຮັດໃຫ້ບັນດາຝ່າຍທີ່ປະທະກັນຢູ່ ຊີຣີ ສາມາດກັບຄືນສູ່ການເຈລະຈາ, ເພື່ອຍາດເອົາສັນຕິພາບມາໃຫ້ປະຊາຊົນ ຊີຣີ.
ບັນດາສັນຍານທີ່ຕັ້ງໜ້າ
ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລ້ວ, ຂໍ້ຕົກລົງຢຸດຍິງຈະແມ່ນຈຸດເວລາເລີ່ມຕົ້ນ ເພື່ອເຊື່ອມຕໍ່ມາດຕະການແກ້ໄຂສັນຕິພາບຢູ່ ຊີຣີ ແລະ ການຫັນປ່ຽນດ້ານການເມືອງຢູ່ປະເທດນີ້. ລັດເຊຍ ແລະ ອາເມລິກາ ເຊື່ອໝັ້ນວ່າ, ຖ້າຫາກໄດ້ຮັບການປະຕິບັດ, ແຜນການນີ້ອາດຈະນຳມາເຊິ່ງບັນດາການປ່ຽນແປງທີ່ຕັ້ງໜ້າ ແລະ ກາຍເປັນຈຸດເລີ່ມຕົ້ນໃນວິວັດທະນາການສັນຕິພາບຢູ່ ຊີຣີ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຍົກອອກຄຳໝັ້ນສັນຍາທີ່ວ່າ ລັດເຊຍ ຈະພ້ອມກັບ ອາເມລິກາ ເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ຂໍ້ຕົກລົງນີ້ໄດ້ຮັບຄວາມເຄົາລົບຈາກຝ່າຍຕ່າງໆ.
ໃນປະຕິກິລິຍາທີ່ຕັ້ງໜ້າ, ວັນທີ 11/9, ລັດຖະບານ ຊີຣີ ໄດ້ຖະແຫຼງ
ຮັບຮອງເອົາຂໍ້ຕົກລົງຢຸດຍິງ ໂດຍອາເມລິກາ ແລະ ລັດເຊຍ ອຸປະຖຳ. ໃນຈົດໝາຍຝາກເຖິງ ອາເມລິກາ ໃນວັນດຽວກັນ, ຈາກຝ່າຍຄ້ານ, ບັນດາກຸ່ມສັງກັດກອງທັບຊີຣີເສລີ ກໍ່ປະກາດເຫັນດີຕໍ່ຂໍ້ຕົກລົງນີ້ ແລະ ໃຫ້ຮູ້ວ່າ: ຈະ “ຮ່ວມມືຢ່າງຕັ້ງໜ້າ“. ໃນຂະນະນັ້ນ, ກຸ່ມລຸກຮື້ຂຶ້ນອິດສະລາມຫົວຮຸນແຮງຢູ່ ຊີຣີ, Ahrar al-Sham ກໍ່ຍັງບໍ່ຍົກອອກບັນດາຄຳຖະແຫຼງ ບໍ່ປະຕິບັດຂໍ້ຕົກລົງຢຸດຍິງຄືກ່ອນນີ້ອີກ.
ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ກໍ່ໃຫ້ຮູ້ວ່າ, ພາຍຫຼັງຄຳສັ່ງຢຸດຍິງມີຜົນສັກສິດເປັນເວລາ 2 ຊົ່ວໂມງ, ການໃຊ້ຄວາມຮຸນແຮງລະຫວ່າງຝ່າຍຕ່າງໆກໍ່ເລີ່ມຫຼຸດລົງ.
ການທ້າທາຍໃຫຍ່
ສິ່ງທີ່ບໍ່ອາດປະຕິເສດໄດ້ນັ້ນແມ່ນ, ຖ້າຫາກຂໍ້ຕົກລົງຢຸດຍິງໄດ້ຮັບການປະຕິບັດຈະຊ່ວຍຫຼຸດຜ່ອນການໃຊ້ຄວາມຮຸນແຮງ ແລະ ເຊື່ອມຕໍ່ການເຄື່ອນໄຫວເຈລະຈາມຸ່ງໄປເຖິງພື້ນຖານສັນຕິພາບຢູ່ ຊີຣີ, ແຕ່ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ພັດຍອມຮັບວ່າ, ບໍ່ຮັບປະກັນເລື່ອງປະຕິບັດຂໍ້ຕົກລົງເຊິ່ງ ລັດເຊຍ ແລະ ອາເມລິກາ ຫາກໍ່ບັນລຸໄດ້ 100% ຢ່າງແນ່ນອນ. ທ່ານປະທານຄະນະກຳມະການບັນດາບັນຫາສາກົນ ສະພາສະຫະລັດ (ສະພາສູງ) ລັດເຊຍ, ທ່ານ Konstantin Kosachev ໄດ້ກ່າວເຕືອນວ່າ, ຂໍ້ຕົກລົງນີ້ຈະໄດ້ຮັບການປະຕິບັດຫຼືບໍ ແລະ ເອກະສານທີ່ຫາກໍ່ໄດ້ຮັບການລົງນາມຢູ່ ເຊີແນວ (ສະວິດ) ຈະກາຍເປັນເອກະສານທີ່ມີຄວາມໝາຍປະຫວັດສາດໄດ້ຫຼືບໍ່ ແມ່ນຂຶ້ນກັບທ່າທີຂອງອຳນາດການປົກຄອງຊີຣີ ແລະ ບັນດາຝ່າຍຄ້ານທີ່ປະກອບອາວຸດຢູ່ປະເທດຕາເວັນອອກກາງນີ້. ຄຽງຂ້າງນັ້ນ, ມັນຍັງຂຶ້ນກັບທ່າທີຂອງຝ່າຍທີສາມ, ນັ້ນແມ່ນບັນດາອົງການກໍ່ການຮ້າຍທີ່ພວມຄອບງຳສະພາບການຢູ່ ຊີຣີ.

