(vovworld)- ທ່ານປະທານາທິບໍດີຟິລິບປີນ Rodrio Duterte ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ. ການຢ້ຽມຢາມດຳເນີນໄປໃນສະພາບທີ່ 2 ປະເທດຫາກໍ່ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດເມື່ອເດືອນ 11/2015. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດເລິກເຊິ່ງກວ່າອີກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມວັດທະນາຖາວອນ ແລະ ຄວາມໝັ້ນຄົງໃນພາກພື້ນ. ບົດສັງລວມຂອງບັນນາທິການ ແອ໋ງຮ່ວຽນ.

ທ່ານປະທານາທິບໍດີຟິລິບປີນ Rodrio Duterte
ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
(ພາບ: TTXVN)
ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງທ່ານປະທານາທິບໍດີ Rodrigo Duterte ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງ, ກໍຄືນັບແຕ່ຫວຽດນາມ ແລະ ຟິລິບປີນ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ການຢ້ຽມຢາມຍິ່ງມີຄວາມໝາຍກວ່າ ໃນສະພາບທີ່ 2 ປະເທດພວມສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
ການພົວພັນມິດຕະພາບທີ່ໝັ້ນຄົງ, ແທດຈິງ ແລະ ມີປະສິດທິຜົນ
ກ່ອນນີ້ 40 ປີ, ໃນວັນທີ 12/07/1976, ຫວຽດນາມ ແລະ ຟີລິບປີນ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ໃນຕະຫຼອດໄລຍະ 40 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງ ບົນຈິດໃຈມິດຕະພາບ, ສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. 2 ຝ່າຍບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ເຊິ່ງສະແດງອອກໃນຫຼາຍຂົງເຂດ ຈາກດ້ານເສດຖະກິດ, ການເມືອງ ເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ - ສັງຄົມ.
ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນຊຸມປີມໍ່ໆມານີ້, ວົງເງິນການຄ້າລະຫວ່າງ 2 ປະເທດສີບຕໍ່ມີທ່າເຕີບໂຕ, ບັນລຸເກືອບ 3 ຕື້ USD ໃນປີ 2015 ແລະ ໄລ່ສະເພາະ 7 ເດືອນຕົ້ນປີ 2016 ບັນລຸກວ່າ 1,7 ຕື້ USD (ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015). ແຕ່ປີ 2008, ແຕ່ລະປີຫວຽດນາມ ສົ່ງອອກເກີນດຸນໄປຍັງຟິລິບປີນ ກວ່າ 1 ຕື້ USD, ຫຼາຍກວ່າໝູ່ໃນກຸ່ມອາຊຽນ, ໃນນັ້ນສິນຄ້າຕົ້ນຕໍ່ແມ່ນເຂົ້າສານ. ນອກຈາກເຂົ້າສານແລ້ວ, ຫວຽດນາມ ຍັງສົ່ງໄປຍັງຟິລິບປີນ ເຄື່ອງອາໄຫຼ່ເອເລັກໂຕນິກ, ຜະລິດຕະພັນກະເສດ ແລະ ນຳເຂົ້າຈາກຟິລິບປີນ ຄື: ຝຸ່ນເຄມີ, ເຄື່ອງອາໄຫຼ່ກົນຈັກ, ອຸປະກອນ, ແຮ່ທາດ, ນ້ຳມັນ, ຜະລິດຕະພັນການຢາ, ວັດສະດຸກໍ່ສ້າງ… ໃນຂະນະນັ້ນ, ການຮ່ວມມືດ້ານປ້ອງກັນປະເທດໄດ້ຮັບການພັດທະນາຢ່າງແທ້ຈິງ ແລະ ນັບມື້ນັບໄດ້ຮັບການເປີດກວ້າງ. 2 ຝ່າຍໄດ້ຈັດການເຈລະຈານະໂຍບາຍຂັ້ນຮອງລັດຖະມົນຕີປ້ອງກັນປະເທດຄັ້ງທີ 2 ໃນເດືອນ 04/2016. 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວຄື: ຂໍ້ຕົກລົງສ້າງໂທລະສັບສາຍດ່ວນລະຫວ່າງກອງບັນຊາການຕຳຫຼວດທະເລຫວຽດນາມ ແລະ ກອງບັນຊາການປ້ອງກັນຝັ່ງທະເລຟິລິບປີນ; ຂໍ້ຕົກລົງເພີ່ມທະວີການຮ່ວມມື ແລະ ແບ່ງປັນຂໍ້ມູນຂ່າວສານລະຫວ່າງກອງທັບເຮືອຫວຽດນາມ ແລະ ກອງທັບເຮືອຟິລິບປີນ; ກົດລະບຽບພົບປະແລກປ່ຽນໃນເກາະ ຊອງຕືໄຕ ແລະ ຊອງຕືດົງ ຂອງຫວຽດນາມ ລະຫວ່າງກອງທັບເຮືອ 2 ປະເທດ. ການຮ່ວມມືດ້ານທະເລ ແລະ ມະຫາສະມຸດ ສືບຕໍ່ແມ່ນໜຶ່ງໃນບັນດາເສົ້າຄ້ຳໃນການພົວພັນລະຫວ່າງ 2 ປະເທດ, ໃນນັ້ນບຸລິມະສິດແມ່ນບັນຫາປ້ອງກັນຄວາມສະຫງົບ ແລະ ການເດີນເຮືອຢ່າງເສລີ, ພັດທະນາເສດຖະກິດທະເລ, ຊອກຫາກູ້ໄພກູ້ຊີບ. 2 ຝ່າຍມີກົນໄກກຸ່ມປະຕິບັດງານລວມກ່ຽວກັບທະເລ ແລະ ມະຫາສະມຸດ, ໄດ້ຈັດກອງປະຊຸມປະຈຳປີ ແລະ ໄດ້ຍົກລະດັບເປັນຄະນະກຳມະການປະສົມທະເລ ແລະ ມະຫາສະມຸດຂັ້ນຮອງລັດຖະມົນຕີການຕ່າງປະເທດ. ບັນດາຂົງເຂດຮ່ວມມືລະຫວ່າງ 2 ປະເທດຄື: ກະສິກຳ, ການສຶກສາ, ການທ່ອງທ່ຽວ… ນັບມື້ນັບໄດ້ຮັບການພັດທະນາ.
ການນຳຂັ້ນສູງຫວຽດນາມ ແລະ ຟິລິບປີນ ກໍໄດ້ມີການຢ້ຽມຢາມເຊິ່ງກັນ ແລະ ກັນເປັນປະຈຳ. 2 ປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ອື່ນໆ, ປະກອບສ່ວນສ້າງປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ຮັກສາບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາໃຫຍ່ທີ່ກ່ຽວຂ້ອງເຖິງຄວາມສະຫງົບ, ຜົນປະໂຫຍດຂອງແຕ່ລະປະເທດ ແລະ ຂອງພາກພື້ນ. ຫວຽດນາມ ແລະ ຟິລິປີນ ກໍສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະ ກັນເປັນປະຈຳ ຢູ່ບັນດາເວທີປາໄສຫຼາຍຝ່າຍສາກົນ ແລະ ພາກພື້ນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ພົບປະກັບທ່ານປະທານາທິບໍດີ Rodrio Duterte
(ພາບ: TTXVN)
ສ້າງກຳລັງໜູນໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ
ເມື່ອຕົ້ນເດືອນ 09, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢູ່ນອກກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານປະທານາທິບໍດີ Rodrio Duterte ໄດ້ຢືນຢັນວ່າ, ຟິລິບປີນ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ເປັນສຳຄັນ, ຖືຫວຽດນາມ ບໍ່ພຽງແຕ່ແມ່ນ “ຖານບ້ານໃກ້ເຮືອນຄຽງທີ່ດີ” ຫາກຍັງແມ່ນ “ອ້າຍນ້ອງທີ່ໃກ້ຊິດສະໜິດສະໜົມ” ອີກດ້ວຍ. ບົນຈິດໃຈນັ້ນ, ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Rodrio Duterte ແມ່ນໂອກາດເພື່ອໃຫ້ 2 ຝ່າຍຫັນເປັນລະອຽດ ແລະ ຜັນຂະຫຍາຍເນື້ອແທ້ຄູ່ຮ່ວມມືຍຸດທະສາດ, ໂດຍສະເພາະແມ່ນດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ. ທ່ານ Rodrio Duterte ພ້ອມກັບການນຳຫວຽດນາມ ໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Rodrio Duterte ໄດ້ເພີ່ມກຳລັງໜູນພັດທະນາການພົວພັນຮ່ວມມືຍຸດທະສາດຢ່າງຮອບດ້ານ ໃນຂົງເຂດການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຟິລິບປີນ, ນຳມາເຊິ່ງຜົນປະໂຫຍດອັນຊອບທຳໃຫ້ປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ.
