ພາບປະກອບ: baochinhphu.vn |
ຫວຽດນາມວາງເປົ້າໝາຍກໍ່ສ້າງສຳເລັດໂຄງການຄົມມະນາຄົມປະມານ 50 ແຫ່ງໃນປີນີ້, ໃນນັ້ນບັນດາໂຄງການໃຫຍ່ຄື: ເສັ້ນທາງຄວາມໄວເໜືອ - ໄຕ້ທາງທິດຕາເວັນອອກໄລຍະ 2021 – 2025, ເສັ້ນທາງໂຮ່ຈີມິນ ຜ່ານບັນດາແຂວງ, ນະຄອນ.
ສຳລັບຂະແໜງການບິນ, ບັນດາໂຄງການຈຸດສຸມຄື: ອາຄານສະໜາມບິນ T3 - ທ່າອາກາດສະຍານສາກົນ ເຕິນເຊີນເຍິດ, ກິດຈະກຳຍ່ອຍລາມບິ່ນຂຶ້ນ/ລົງຢູ່ທ່າອາກາດສະຍານສາກົນລອງແທັງກໍ່ໄດ້ຮັບການນຳເຂົ້າໃຊ້ການໃນທ້າຍປີນີ້.
ການຊີ້ນຳຢ່າງຂຽວຂາດຈາກລັດຖະບານ
ໄລໝົດປີ 2024, ຫວຽດນາມໄດ້ປະຕິບັດສຳເລັດ, ນຳເຂົ້າເຄື່ອນໄຫວເສັ້ນທາງຄວາມໄວສູງກ່ວາ 2.000 ກີໂລແມັດ, ພ້ອມທັງ, ປຸກລະດົມຂະບວນການແຂ່ງຂັນ 500 ວັນຄືນກໍ່ສ້າງເສັ້ນທາງຄວາມໄວສູງສຳເລັດ 3000 ກີໂລແມັດໃນປີນີ້.
ນັບແຕ່ຊຸມວັນຕົ້ນປີໃໝ່ປີມະເສັງ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການປະຕິບັດງານຫຼາຍຄັ້ງ, ໝເພື່ອລົງກວດກາຫຼາຍໂຄງການ, ກິດຈະກຳຈຸດສຸມລະດັບຊາດ. ການມີໜ້າຢູ່ສະຖານທີ່ກໍ່ສ້າງ, ສົ່ງເສີມຍູ້ແຮງຄວາມຄືບໜ້າບັນດາກິດຈະກຳກໍ່ສ້າງພື້ນຖານໂຄງລ່າງສຳຄັນຂອງຜູ້ນຳລັດຖະບານໄດ້ນຳບັນຍາກາດ, ກຳລັງໜູນ ແລະ ຄວາມຕັດສິນໃຈຢ່າງໃຫຍ່ຫຼວງມາໃຫ້ຂະແໜງຄົມມະນາຄົມຂົນສົ່ງ, ຖັນແຖວບັນດາຜູ້ຮັບເໝົາ, ກຳມະກອນ, ນັກເຕັກນິກໃນສະຖານທີ່ກໍ່ສ້າງ, ດ້ວຍຈິດໃຈ “ພຽງແຕ່ປຶກສາການປະຕິບັດ, ບໍ່ປຶກສາການທໍ້ຖອຍ”.
ທີ່ການກວດກາຄວາມຄືບໜ້າໃນການກໍ່ສ້າງເສັ້ນທາງຄວາມໄວສູງນະຄອນ ໂຮ່ຈີມິນ - ທູເຢົາມົດ - ເຈິນແທັງ, ວັນທີ 1 ກຸມພາຢູ່ແຂວງ ບິ່ງເຢືອງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກຄວາມຮຽກຮ້ອງວ່າ:
ຂ້າພະເຈົ້າສະເໜີບັນດາແຂວງ ບິ່ງເຟືອກ, ນະຄອນໂຮ່ຈີມິນ, ບິ່ງເຢືອງໃນໄຕມາດນີ້ຕ້ອງປະຕິບັດສຳເລັດລະບຽບການປະຕິບັດເຊື່ອມຕໍ່ເສັ້ນທາງ ດັກນົງ ຮອດ ເຈິນແທັງ. ນີ້ແມ່ນຄວາມຮຽກຮ້ອງຢ່າງຮີບດ່ວນທີ່ສຸດ. ຂ້າພະເຈົ້າສະເໜີຕ້ອງປະຕິບັດຢ່າງຖືກຕ້ອງຕາມການຊີ້ນຳນຳພາຂອງນາຍົກລັດຖະມົນຕີ, ປະຕິບັດຢ່າງເຂັ້ມງວດຕາມຈິດໃຈ “ເວົ້າແລ້ວຕ້ອງທຳ”, ໄດ້ປະຕິບັດຕ້ອງມີຜະລິດຕະພັນ, ພວກເຮົາຕ້ອງເພີ່ມຄວາມໄວໃນການປະຕິບັດ.
ເມື່ອກວດກາຄວາມຄືບໜ້າໃນການກໍ່ສ້າງໂຄງການ ແລະ ເຮັດວຽກກັບແຂວງດົ່ງນາຍ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ນຳຢ່າງຂ້ຽວຂາດວ່າປີນີ້, ຕ້ອງກໍ່ສ້າງສຳເລັດທ່າອາກາດສະຍານລອງແທັງ, ບໍ່ໄດ້ຊັກຊ້າ.
ນີ້ພຽງແຕ່ແມ່ນ 2 ໃນບັນດາການຊີ້ນຳຂອງທ່ານນາຍົກລັດຖະມົນຕີເມື່ອລົງກວດກາສະຖານທີ່ກໍ່ສ້າງບັນດາໂຄງການ, ກິດຈະກຳສຳຄັນລະດັບຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງໃນໄລຍະຜ່ານມາ. ກ່ອນໜ້ານັ້ນ, ໃນຫຼາຍກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍາມໃດກໍ່ເນັ້ນໜັກເຖິງການພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ, ຮອບດ້ານເພື່ອປະກອບສ່ວນຫຼຸດຜ່ອນຄ່າໃຊ້ຈ່າຍ logistics, ຫລຸດຜ່ອນຄ່າໃຊ້ຈາຍສົ້ນເຂົ້າ, ຍົກສູງຄວາມສາມາດໃນການແກ້ງແຍ້ງຂອງຜະລິດຕະພັນ, ວິສາຫະກິດ ແລະ ພື້ນຖານເສດຖະກິດ, ສ້າງສະພາບແວດລ້ອມແຫ່ງການພັດທະນາໃໝ່… ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີຄວາມຈຳເປັນທີ່ສຸດໃນປັດຈຸບັນ.
ເສີມຂະຫຍາຍຈິດໃຈມີຄວາມຮັບຜິດຊອບຢູ່ລະດັບສູງສຸດ
ໂດຍປະຕິບັດຄຳຊີ້ນຳຂອງລັດຖະບານ, ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາວິສາຫະກິດສະມາຊິກ, ຜູ້ຮັບເໝົາ, ກໍ່ໄດ້ວາງອອກບັນດາໜ້າທີ່ ແລະ ວິທີການ ລະອຽດ, ຮັບປະກັນຄວາມຄືບໜ້າຕິດພັນກັບຄຸນນະພາບໂຄງການ, ກິດຈະກຳ.
ໂດຍຕອບສະໜອງບັ້ນເຄື່ອນໄຫວກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ 3000 ກີໂລແມັດໃນໄລຍະ 500 ວັນຄືນ, ພ້ອມທັງແມ່ນທ້ອງຖິ່ນທີເສັ້ນທາງຄວາມໄວສູງຕອນເໜືອ - ໃຕ້ຢູ່ທາງທິດຕາເວັນອອກກ່ວາ 60 ກີໂລແມັດ, ໄລຍະ 2021 – 2025, ທ່ານເຈິ່ນຮ່ວາງຕວັນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກ໋ວາງຫງາຍ ຢັ້ງຢືນວ່າ ທາງແຂວງຍາມໃດກໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຢູ່ລະດັບສູງສຸດ:
ຄວາມຮັບຜິດຊອບນີ້ຂອງແຕ່ລະອົງການ ແລະ ຈະມີການດັດສົມແຕ່ໂຄງການນີ້ໄປຍັງໂຄງການອື່ນຖ້າໂຄງການນັ້ນບໍ່ໄດ້ຮັບການປະຕິບັດສຳເລັດ ຕ້ອງສົ່ງແຫຼ່ງທຶນ. ຄວາມຮັບຜິດຊອບຂອງບັນດາອົງການທີ່ມີໜ້າທີ່ ແລະ ດ້ວຍຈິດໃຈຕັດສິນຢູ່ລະດັບສູງ, ຈະສືບຕໍ່ຜັນຂະຫຍາຍບັນດາໂຄງການຈົນໄດ້ຮັບການກໍ່ສ້າງແລ້ວ, ບໍ່ໄດ້ຢຸດ.
ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ລະບົບຄົມມະນາຄົມຂອງ ຫວຽດນາມມີການພັດທະນາຢ່າງແຮງ. ນັບແຕ່ເວລາບໍ່ມີເສັ້ນທາງຄວາມໄວສູງ, ມາຮອດປັດຈຸບັນ, ຫວຽດນາມ ມີເສັ້ນທາງຄວາມໄວສູງກ່ວາ 2000 ກີໂລແມັດ. ດ້ວຍແຜນນະໂຍບາຍ, ນະໂຍບາຍໄດ້ລຸລ່ວງແຕ່ຂັ້ນເທິງລົງຮອດທ້ອງຖິ່ນ, ແຫຼ່ງງົບປະມານຍາມໃດກໍ່ໄດ້ຮັບການຈັດແບ່ງ, ແຈກຢາຍໃຫ້ແກ່ບັນດາໂຄງການຄົມມະນາຄົມຢ່າງທັນການ, ເໝາະສົມ, ພ້ອມກັບການຊີ້ນຳຢ່າງໃກ້ຊິດ ແລະ ຂ້ຽວຂາດຈາກສູນກາງ, ເປົ້າໝາຍກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ 3000 ກີໂລແມັດໃນປີນີ້ ແລະ 5000 ກີໂລແມັດໃນປີ 2030 ແມ່ນມີຄວາມເປັນໄປໄດ້ສູງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
