(vovworld) - ວັນທີ 8/12, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານ Mohamad Hamid Ansarin, ປະທານສະພາສູງ ສ. ອິນເດຍ, ທ່ານ Sumitra Mahajan, ປະທານສະພາຕ່ຳ ສ. ອິນເດຍ. ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ເລິກເຊິ່ງຂຶ້ນຕື່ມ.
![]() |
ອິນເດຍ ມີພື້ນຖານເສດຖະກິດຫາກໍ່ເດັ່ນຂຶ້ນໃນໂລກ, ມີເນື້ອທີກ້ວາງໃຫຍ່, ມີແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ, ມີກຳລັງຄວາມສາມາດດ້ານເສດຖະກິດ ແລະ ລະດັບວິທະຍາສາດເຕັກໂນໂລຢີກ້າວໜ້າໃນໂລກ. ນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ” ແມ່ນນະໂຍບາຍການທູດຍຸດທະສາດສຳຄັນພາຍຫຼັງທີ່ ອິນເດຍ ເລີ່ມປະຕິບັດການປະຕິຮູບດ້ານເສດຖະກິດ, ຫັນການຄ້າເປັນເສລີໃນຕົ້ນທົດສະວັດທີ 90 ຂອງສະຕະວັດທີ 20. ໃນນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເສົາຄຳ້ສຳຄັນ.
ພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ
ຫວຽດນາມ ແລະ ອິນເດຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນກັນມາແຕ່ດົນນານແລ້ວ, ໂດຍການນຳລຸ້ນຕ່າງໆຂອງ 2 ປະເທດ ຮັກສາ, ເພີ່ມພູນຄູນສ້າງ ແລະ ໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງຕໍ່ເນື່ອງ. ຈາກຊຸມປີ 50 ຂອງສັດຕະວັດກ່ອນ, ທ່ານປະທານ ໂຮ່ຈີມິນ ແລະ ທ່ານນາຍົກລັດຖະມົນຕີ Jawaharlal Nehru ໄດ້ຢັ້ງຢືນນ້ຳໃຈມິດຕະພາບອັນບໍລິສຸດຜຸດຜ່ອງຂອງ 2 ຊາດ. ທ່ານນາຍົກລັດຖະມົນຕີ ອິນເດຍ Jawaharlal Nehru ແມ່ນໜຶ່ງໃນບັນດາແຂກສາກົນຄົນທຳອິດທີ່ມາ ຢ້ຽມຢາມ ຫວຽດນາມ ພາຍຫຼັງ ຫວຽດນາມ ຍາດໄດ້ໄຊຊະນະໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ (ປີ 1954). ປີ 1958, ປະທານ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ ອິນເດຍ ແລະ ຫຼັງຈາກນັ້ນໜຶ່ງປີ, ປະທານາທິບໍດີ ອິນເດຍ ກໍ່ໄດ້ມາຢ້ຽມຢາມ ຫວຽດນາມ.
ວັນທີ 7/1/1972, ຫວຽດນາມ ແລະ ອິນເດຍ ໄດ້ສ້າງຕັ້ງການພົວພັນທາງການທູດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ. ໃນຊຸມປີຕົ້ນສະຕະວັດທີ 21, ການພົວພັນ ຫວຽດນາມ - ອິນເດຍ ໄດ້ຄ່ອຍໆກ້າວເຂົ້າສູ່ລວງເລິກ ແລະ ກາຍເປັນຮູບແບບໃຫ້ແກ່ການຮ່ວມມືສັນຕິພາບ, ມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ, ພ້ອມກັນຮ່ວມມືພັດທະນາ ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ. ເດືອນ 7/2007, ອິນເດຍ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ.
ໃນຊຸມປີມໍ່ໆມານີ້, ສາຍພົວພັນ ຫວຽດນາມ - ອິນເດຍ ນັບມື້ນັບພັດທະນາກ່ວາອີກ ໃນຂະນະທີ່ ການພົບປະຂັ້ນສູງລະຫວ່າງການນຳ 2 ປະເທດນັບມື້ນັບຫຼາຍ. ຫວ່າງແລ້ວນີ້, ແມ່ນການຢ້ຽມຢາມ ອິນເດຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເມື່ອປີ 2014 ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເມື່ອເດືອນ 9/2016. ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍໄດ້ນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ - ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
![]() ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບນາຍົກລັດຖະມົນຕີ ອິນເດຍ Narendra Modi ຢ້ຽມຢາມ ຫວຽດນາມ ໃນວັນທີ 3/9
(ພາບ: TTXVN)
|
ປະສິດທິຜົນແທດຈິງຂອງການພົວພັນ ຫວຽດນາມ - ອິນເດຍ
ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ອິນເດຍ ມີບັນດາການຫັນປ່ຽນຢ່າງຕັ້ງໜ້າທີ່ສຸດ. ປະຈຸບັນ, ອິນເດຍ ໄດ້ກາຍເປັນຫນຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ, ໃນຂະນະນັ້ນ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍ. ວົງເງິນການຄ້າ 2 ສົ້ນຄ່ອຍໆເພີ່ມຂຶ້ນໃນແຕ່ລະປີ, ປີ 2013 ບັນລຸ 5,23 ຕື້ USD, ປີ 2014 ບັນລຸ 5,6 ຕື້ USD ແລະ 9 ເດືອນຕົ້ນປີ 2016 ບັນລຸ 3,9 ຕື້ USD, 2 ຝ່າຍພວມມຸ່ງໄປເຖິງຄາດໝາຍບັນລຸ 15 ຕື້ USD ໃນປີ 2020. ອິນເດຍ ຢືນອັນດັບທີ 28 ໃນຈຳນວນ 116 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ. ປະຈຸບັນ, ອິນເດຍ ມີ 118 ໂຄງການລົງທຶນຍັງມີຜົນສັກສິດຢູ່ ຫວຽດນາມ ດ້ວຍຍອດວົງເງິນຈົດທະບຽນ 590 ລ້ານ USD.
ກ່ຽວກັບດ້ານການສຶກສາ - ບຳລຸງສ້າງ, ອິນເດຍ ພວມຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນູດຄຸນນະພາບສູງໃນຫຼາຍຂົງເຂດຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ເສດຖະກິດ, ກົດໝາຍ, ພາສາອັງກິດ… ຜ່ານການສະໜອງທຶນສຶກສາໄລຍະສັ້ນ ແລະ ໄລຍະຍາວ.
ການພົວພັນລະຫວ່າງບັນດາອົງການນິຕິບັນຍັດ 2 ປະເທດ ໃນຊຸມປີຜ່ານມາໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອິນເດຍ ແລະ ຫວຽດນາມ. ສະພາແຫ່ງຊາດ 2 ປະເທດເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຂັ້ນກຳມາທິການ, ບັນດາສະມາຊິກສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດ ເພື່ອແບ່ງປັນບົດຮຽນໃນການເຄື່ອນໄຫວ, ສະໜັບສະໜູນ ແລະ ສ້າງເງື່ອນໄຂກ່ຽວກັບດ້ານນະໂຍບາຍ, ກົດໝາຍໃນການພົວພັນມິດຕະພາບ, ການຮ່ວມມື 2 ຝ່າຍ, ພິເສດແມ່ນບັນດາບັນຫາທີ່ທັງ 2 ຝ່າຍຕ່າງມີຄວາມສົນໃຈ, ມີຜົນປະໂຫຍດແທດຈິງ ກ່ຽວກັບດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ວິທະຍາສາດ - ເຕັກໂນໂລຢີ.
ທີ່ບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ, ບັນດາຄະນະສະມາຊິກສະພາແຫ່ງຊາດຂອງ 2 ປະເທດໄດ້ແບ່ງປັນ ແລະ ສະໜັບສະໜູນບັນດາທັດສະນະເຊິ່ງການນຳ 2 ປະເທດໄດ້ເປັນເອກະພາບນຳກັນກ່ຽວກັບສະພາບການສາກົນ, ພິເສດແມ່ນທັດສະນະກ່ຽວກັບທະເລຕາເວັນອອກ. ສະພາແຫ່ງຊາດ ອິນເດຍ ໄດ້ສະໜັບສະໜູນສະພາແຫ່ງຊາດ ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 132 (IPU – 132) ໃນປີ 2015.
ການຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີຄວາມໝາຍສຳຄັນ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ ເລິກເຊິ່ງຂຶ້ນຕື່ມ, ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເປັນລະອຽດ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ອິນເດຍ ໃນສະພາບທີ່ 2 ປະເທດ ມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1972 – 2017) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2007 – 2017). ການຢ້ຽມຢາມກໍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ບັນດາອົງການນິຕິບັນຍັດ ອິນເດຍ ໃຫ້ເລິກເຊິ່ງ, ກ້ວາງຂວາງຂຶ້ນຕື່ມ, ສ້າງພື້ນຖານຢ່າງໜັກແໜ້ນໃຫ້ແກ່ການພົວພັນມີສະຖຽນລະພາບໃນໄລຍະຍາວນານ ກັບ ອິນເດຍ, ໃນສະພາບການທີ່ ຫວຽດນາມ ພວມເຊື່ອມໂຍງນັບມື້ນັບເລິກເຊິ່ງ, ກ້ວາງຂວາງເຂົ້າກັບພາກພື້ນ ແລະ ໂລກ.


