(vovworld) - ໂບ໋ອີ ແມ່ນໜຶ່ງໃນບັນດາຊົນເຜົ່າສ່ວນໜ້ອຍໃນປະຊາຄົມ 54 ຊົນເຜົ່າຫວຽດນາມ. ຊົນເຜົ່າ ໂບ໋ອີ ມີພົນລະເມືອງປະມານ 3.000 ຄົນພວມດຳລົງຊີວິດຕົ້ນຕໍຢູ່ບາງແຂວງໃນເຂດພູດອຍ, ເຂດຊາຍແດນທາງພາກເໜືອຫວຽດນາມ. ໃນນັ້ນສ່ວນຫຼາຍແມ່ນຢູ່ບ້ານນຳ້ເລືອງ, ຕາແສງ ກວຽດຕ໋ຽນ, ເມືອງກວານບ້າ ແລະ ຈຳນວນໜ້ອຍແມ່ນດຳລົງຊີວິດຢູ່ບາງຕາແສງຂອງເມືອງດົ່ງວັນ, ແຂວງ ຮ່າຢາງ. ມາຮອດປະຈຸບັນ, ຊາວເຜົ່າ ໂບ໋ອີ ຍັງຄົງຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊົນເຜົ່າຕົນໄວ້ໄດ້.

ຊາວເຜົ່າໂບ໋ອີ (ພາບ: ອິນເຕີແນດ)
ຊົນເຜົ່າ ໂບ໋ອີ, ດຳລົງຊີວິດດ້ວຍອາຊີບເຮັດໄຮ່, ລ້ຽງສັດເປັນຕົ້ນ. ໃນຊີວິດປະຈຳວັນ, ຊາວເຜົ່າ ໂບ໋ອີ ສາມາດເປັນຊ່າງໄມ້, ຕີເຫຼັກຜະລິດບັນດາເຄື່ອງມືທຳການຜະລິດກະສິກຳ ແລະ ດຳເນີນຊີວິດ… ນັບແຕ່ກີ້ແຕ່ກ່ອນ, ແມ່ຍິງຊາວເຜົ່າ ໂບ໋ອີ ໄດ້ຮູ້ປູກມອນ, ລ້ຽງມ້ອນ, ຕຳ່ຫູກ: ຕັດຫຍິບ, ປັກແສ່ວເຄື່ອງນຸ່ງ, ກະເປົາ ແລະ ຜ້າບີງ. ຊາວເຜົ່າ ໂບ໋ອີ ຢູ່ຮ່າຢາງ ຍັງຄົງຮັກສາລະບອບ “ບິດາສິດທິອຳນາດ“, ໝາຍຄວາມວ່າວຽກງານທັງໝົດໃນຄອບຄົວລ້ວນແຕ່ຂຶ້ນກັບສິດຕັດສິນຂອງຜູ້ຊາຍ. ໃນຄອບຄົວໜຶ່ງສາມາດມີ 3 ເຖິງ 4 ເຊັ່ນຄົນດຳລົງຊີວິດຢູ່ຮ່ວມກັນ, ອັນສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດຕິດພັນ, ຮັກແພງກັນລະຫວ່າງລຸ້ນຕ່າງໆໃນຄອບຄົວ. ທ່ານ ງູ້ເຂີຍເຟືອງ, ນັກຄົ້ນຄ້ວາກ່ຽວກັບຮີດຄອງ, ປະເພນີ, ວັດທະນະທຳ ແລະ ການດຳລົງຊີວິດຂອງຊາວເຜົ່າ ໂບ໋ອີ, ໃຫ້ຮູ້ວ່າ:
“ປະຈຸບັນ, ຊາວເຜົ່າ ໂບ໋ອີ ຍັງມີ 10 ວົງຕະກຸນ, ເຂົນເຈົ້າຍັງຄົງຮັກສາແບບແຜນດຳລົງຊີວິດ, ການປາກເວົ້າ ແລະ ງານບຸນຕ່າງໆໄວ້ຢູ່, ເຊັ່ນ: ບຸນປີໃໝ່, ງານດອງ, ງານສົບ, ກໍ່ຄືທຳນອງເພງພື້ນເມືອງຈຳນວນໜຶ່ງ“.
ໃນແຕ່ລະວົງຕະກຸນ, ມີລະບົບຊື່ພ້ອມແຕ່ 5 – 7 ອັກສອນ. ແຕ່ລະອັກສອນແມ່ນສະຫງວນໃຫ້ລຸ້ນໜຶ່ງ ແລະ ຊີ້ແຈ້ງລຳດັບໃນວົງຕະກຸນນັ້ນ. ຍ້ອນເຫດນັ້ນ, ໃນແຕ່ລະຄອບຄົວຊາວເຜົ່າ ໂບ໋ອີ, ຕະກຸນອ້າຍນ້ອງຊາຍມີແຕ່ຕ່າງກັນກ່ຽວກັບຊື່ເອີ້ນເທົ່ານັ້ນ, ສ່ວນຊື່ພ້ອມແມ່ນຄືກັນ.

ຊາວເຜົ່າໂບ໋ອີ (ພາບ: ອິນເຕີແນດ)
ເຖິງວ່າແມ່ນຊົນເຜົ່າສ່ວນນ້ອຍຢູ່ ຮ່າຢາງ ກໍ່ຕາມ, ແຕ່ມາຮອດປະຈຸບັນ, ຊາວເຜົ່າ ໂບ໋ອີ ຍັງຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອ, ສ້າງເປັນສີສັນທີ່ເປັນເອກະລັກສະເພາະ, ຕົວຢ່າງຄືໃນງານດອງ, ເຈົ້າບ່າວບໍ່ໄດ້ໄປຕ້ອນຮັບເຈົ້າສາວ, ຫາກນ້ອງສາວຂອງເຈົ້າບ່າວຈະນຳເອົາມ້າໂຕງາມສຸດໄປຕ້ອນຮັບເຈົ້າສາວມາຄອບຄົວຜົວ. ໃນຄອບຄົວລູກຊາຍບໍ່ໄດ້ຕັດຜົມໃຫ້ພໍ່, ລູກສາວບໍ່ໄດ້ຫວີຜົມໃຫ້ແມ່. ຮອດເວລາພໍ່ແມ່ເສຍຊີວິດໄປແລ້ວລູກຊາຍ, ລູກສາວຈຶ້ງໄດ້ຕັດຜົມ, ຫວີຜົມໃຫ້ພໍ່ແມ່. ໃນໄລຍະໄວ້ທຸກ 3 ປີ, ລູກຊາຍບໍ່ໄດ້ກິນເຫຼົ້າ, ລູກສາວບໍ່ໄດ້ໃຊ້ເຄື່ອງສຳອາງ, ໝົດເວລາໄວ້ທຸກຈຶ່ງໄດ້ສ້າງຄອບຄົວ.
ແຕ່ລະປີ, ຊາວເຜົ່າ ໂບ໋ອີ ຈັດຕັ້ງຫຼາຍງານບຸນເຊັ່ນ: ບຸນປີໃໝ່ປະຈຳຊາດ, ບຸນວັນເພງເດືອນຈຽງ, ບຸນຂ້າບົ້ງ (ວັນທີ 5/5 ໄລ່ຕາມຈັນທະປະຕິທິນ), ບຸນເຂົ້າຈີ່… ໃນຊຸມມື້ນີ້, ເຂົາເຈົ້າໜຶ້ງເຂົ້າໜຽວສີແດງ, ເຮັດເຂົ້າໜົມໄຢ່, ເຂົ້າໜົມໄຈ (ດ້ວຍເຂົ້າໜຽວ), ເຮັດເຂົ້າຕົ້ມເພື່ອບູຊາດິນຟ້າອາກາດ, ບັນພະບຸລຸດ ແລະ ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ທຸກຄົນມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ… ໃນງານບຸນຕ່າງໆ, ຊາວເຜົ່າ ໂບ໋ອີ ເຄີຍຂັບກ່ຽວກັນດ້ວຍທຳນອງເພງພື້ນເມືອງຂອງຕົນ.
“ຂັບພື້ນເມືອງລວມມີຂັບຖາມສະບາຍ, ອວຍພອນກັນ, ຂັບກ່ຽວກັບກັນ… ຕົວຢ່າງຄືຂັບຖາມສະບາຍມີເນື້ອໃນວ່າ: ອ້າຍມາຈາກໃສ, ຈາກແດນໄກ, ຈາກນາທາມ, ມາເຮັດຫຍັງ… ປະຈຸບັນຊົນເຜົ່າພວກຂ້າພະເຈົ້າສາມາດຂັບຮ້ອງໄດ້ຫຼາຍບົດເພງ“.

ຊາວເຜົ່າໂບ໋ອີ (ພາບ: ອິນເຕີແນດ)
ຊາວເຜົ່າ ໂບ໋ອີ ເຄີຍນຸ່ງເສື້ອສັ້ນ 5 ປ່ຽງແຍກອອກຢູ່ຂີ້ແຮ້ເບື້ອງຂວາ, ຄໍເສື້ອ, ແຂນເສື້ອໄດ້ຫຍິບ ຫຼືປັກແສ່ວລວດລາຍປະດັບຢ່າງສວຍງາມ. ເສື້ອຂອງແມ່ຍິງມີ 2 ປະເພດ, ເສື້ອໃນ ແລະ ເສື້ອນອກ. ເສື້ອນອກຫຍິບ 2 ຖົງນ້ອຍສີຄາມດ້ວຍຜ້າຂີ້ງາໃສ່ 2 ປີກເສື້ອ ເພື່ອໃສ່ເງິນ ຫຼືເຄື່ອງໃຊ້ສ່ວນຕົວ. ເຄື່ອງນຸ່ງຂອງແມ່ຍິງຊົນເຜົ່າ ໂບ໋ອີ ງາມ ແລະ ມີຫຼາຍສີສັນກວ່າເຄື່ອງນຸ່ງຂອງຜູ້ຊາຍ, ແມ່ນຍ້ອນມີຜ້າຄຽນຫົວ, ສິ້ນ ແລະ ຜ້າກັນເປື້ອນ. ສິ້ນຂອງຊາວເຜົ່າ ໂບ໋ອີ ຕຳ່ດ້ວຍຫຼາຍສີຄື: ສີຄາມ, ສີຂຽວ, ສີແດງ, ສີອິດ… ເຄື່ອງນຸ່ງປະຈຳເຜົ່າເຄີຍໃຊ້ໃນໂອກາດງານບຸນ, ງານດອງ…
ທ່ານ ລຸກເຊືອງມິງ, ຫົວໜ້າໜ່ວຍງານຊົນເຜົ່າເມືອງ ກວານບ້າ, ໃຫ້ຮູ້ວ່າ: ເຖິງວ່າດຳລົງຊີວິດຢູ່ຮ່ວມກັບບັນດາຊົນເຜົ່າອື່ນໆ, ແຕ່ຊາວເຜົ່າ ໂບ໋ອີ ຍັງຄົງຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນໄວ້ໄດ້.
“ຊາວເຜົ່າ ໂບ໋ອີ ເຊື່ອມໂຍງຢ່າງໄວວາກັບການພັດທະນາເສດຖະກິດ, ສັງຄົມໃນທ້ອງຖີ່ນ, ແຕ່ເຂົາເຈົ້າຍັງຄົງຮັກສາວັດທະນະທຳທີ່ເປັນມູນເຊື້ອ, ຮີດຄອງປະເພນີຂອງຊົນເຜົ່າຕົນ. ສິ່ງດັ່ງກ່າວສະແດງອອກຜ່ານງານດອງ, ງານສົບ. ປະຈຸບັນ, ພວກຂ້າພະເຈົ້າໄດ້ໂຄສະນາ ເພື່ອໃຫ້ຊົນເຜົ່າ ໂບ໋ອີ ພັດທະນາ ແລະ ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ.“
ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າ ໂບ໋ອີ, ແຂວງ ຮ່າຢາງ ໄດ້ສ້າງ ແລະ ດຳເນີນແຜນຮ່າງສຳຫຼວດ ແລະ ປະຕິບັດແຜນຮ່າງຄົ້ນຄ້ວາເພງພື້ນເມືອງຂອງຊາວເຜົ່າ ໂບ໋ອີ. ພ້ອມທັງສົ່ງເສີມບັນດານັກສິລະປະການຈົດກ່າຍ, ສອນເພງພື້ນເມືອງໃຫ້ລູ້ນໜຸ່ມສືບທອດ. ອຳນາດການປົກຄອງທ້ອງຖີ່ນກໍ່ສົ່ງເສີມ, ຂົນຂວາຍປະຊາຊົນໃຊ້ເຄື່ອງນຸ່ງ, ພາສາສະເພາະຂອງຊົນເຜົ່າຕົນໃນຊີວິດປະຈຳວັນ ເພື່ອສືບຕໍ່ຮັກສາສີສັນວັດທະນະທຳຂອງຊົນເຜົ່າ ໂບ໋ອີ ໃນອະນາຄົດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ