ວັດອຸນຫະພູມຮ່າງກາຍກ່ອນທີ່ຈະເຂົ້າວັນມ໋ຽວກ໋ວກຕືຢ້າມ |
ປັດຈຸບັນໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ໄດ້ຮັບການຄວບຄຸມໂດຍພື້ນຖານ, ດັ່ງນັ້ນ ບັນດາປູຊະນີຍະສະຖານ ສະຖານທີ່ສາສະໜາການເຫຼື້ອມໃສ ເກືອບທັງໝົດໄດ້ເປີດປະຕູຕ້ອນຮັບແຂກຄືນໃໝ່. ແຕ່ຕໍ່ໜ້າສະພາບການໂລກລະບາດ ໂຄວິດ - 19 ຍັງຄົງຊ້ອນແຝງຄວາມສ່ຽງທີ່ອາດຈະລະເບີດຄືນໃໝ່ໃນທຸກໆເວລາ, ດັ່ງນັ້ນຢູ່ບັນດາ ສະຖານທີ່ບູຊາສາສະໜາ ປູຊະນີຍະສະຖານກໍ່ໄດ້ແນະນຳໃຫ້ແຂກທ່ອງທ່ຽວປະຕິບັດຕາມວິທີປ້ອງກັນ ຕ້ານໂລກລະບາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ. ບັນດາພິທີກຳທາງສາສະໜາ, ການສອນສາສະໜາການເຫຼື້ອມໃສ ທີ່ຖືກຈັດຂຶ້ນຢູ່ສະຖານທີ່ຕ່າງໆ ໄດ້ຖືກຫຼຸດຜ່ອນທາງດ້ານຂອບຂະໜາດ ແລະ ແບ່ງເປັນຫຼາຍຕອນ. ມີດ່ານກວດກາຫຼາຍແຫ່ງຢູ່ບັນດາສະຖານທີ່ຈັດຕັ້ງການເຄື່ອນໄຫວງານບຸນ, ການເຫຼື້ອມໃສໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຕັກເຕືອນ ແກ້ໄຂການກະທຳລະເມີດກ່ຽວກັບລະບຽບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ຢູ່ເຂດມໍລະດົກພະລາດຊະວັງ ທັງລອງ ຮ່າໂນ້ຍ, ເຄື່ອງວັດອຸນຫະພູມຮ່າງກາຍ ແລະ ສີດນ້ຳຢາຂ້າເຊື້ອແບບອັດຕະໂນມັດ ໄດ້ຖືກຕິດຕັ້ງຢູ່ນອກປະຕູໂຂງ. ນາງ ຫງວຽນທິອ໊ຽນ ຫົວໜ້າພະແນກນຳທ່ຽວຊົມ ສັງກັດສູນອະນຸລັກຮັກສາມໍລະດົກ ພະລາດຊະວັງ ທັງລອງ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກໍ່ໄດ້ຕິດຕັ້ງບັນດາເຄື່ອງວັດອຸນຫະພູມຮ່າງກາຍ ແລະ ສີດນ້ຳຢາຂ້າເຊື້ອອັດຕະໂນມັດ. ແຂກທ່ອງທ່ຽວ ເມື່ອຜ່ານປະຕູຈະໄດ້ຮັບການວັດອຸນຫະພູມແລະສີດນ້ຳຢາລ້າງມືຂ້າເຊື້ອ ກ່ອນທີ່ຈະເຂົ້າຢ້ຽມຊົມ ທັດສະນະສຶກສາຢູ່ຕາມເຂດມໍລະດົກ ແລະ ພິເສດກໍ່ໄດ້ຕັກເຕືອນໃຫ້ແຂກທ່ອງທ່ຽວ ຕ້ອງໃສ່ຜ້າອັດປາກ-ດັງ ເມື່ອເຂົ້າຢ້ຽມຊົມມໍລະດົກ”.
ມາຢ້ຽມຢາມ ຮ່າໂນ້ຍ ກໍ່ກົງກັບໂອກາດທີ່ເຂດປູຊະນີຍະສະຖານ ວັນໝຽວ - ກວັກຕື່ຢາມ ໄດ້ເປີດປະຕູຮັບແຂກຄືນໃໝ່. ລຸງ ຫວູກວາງເຕິມ ແຂກທ່ອງທ່ຽວທີ່ມາຈາກແຂວງ ກວ໋າງນາມ ຮູ້ສຶກອຸ່ນອ່ຽນໃຈ ເມື່ອວຽກງານສະກັດກັ້ນໂລກລະບາດຢູ່ທີ່ນີ້ໄດ້ຜັນຂະຫຍາຍປະຕິບັດຢູ່ນອກປະຕູໂຂງ. ລຸງ ຫວູກວາງເຕິມ ເວົ້າວ່າ:
“ເຂົ້າຢ້ຽມຊົມປູຊະນີຍະສະຖານ ກ່ອນອື່ນໝົດເຮົາກໍ່ຕ້ອງສີດນ້ຳຢາລ້າງມືຂ້າເຊື້ອ ແລະ ແຈ້ງອາການສຸຂະພາບ. ເມື່ອໄປຢ້ຽມຊົມກໍ່ຕ້ອງໃສ່ຜ້າອັດປາກ - ດັງ. ເວລາຢ້ຽມຊົມຖ້າຫາກຢາກຖ່າຍຮູບເປັນທີ່ລະນຶກ ເຮົາກໍ່ຕ້ອງຊອກບ່ອນໃດມີໜ້ອຍຄົນເຕົ້າໂຮມ ຂ້າພະເຈົ້າຈຶ່ງປົດຜ້າອັດດັງອອກ ເພື່ອຖ່າຍຮູບ”.
ນັບແຕ່ວັນທີ 13 ມີນາກົງກັບວັນທີ 1 ເດືອນ 2 ໄລ່ຕາມຈັນທະປະຕິທິນ ງານບຸນນະມັດສະການວັດເຮືອງຢູ່ເມືອງ ໝີ໊ດຶກ ນະຄອນ ຮ່າໂນ້ຍ ເຊິ່ງແມ່ນໜຶ່ງໃນບັນດາງານບຸນໃຫຍ່ກວ່າໝູ່ ໃນທົ່ວປະເທດໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວຄືນໃໝ່. ລຸງ ເຈິ່ນຮຸຍເວິນ ຢູ່ຕາແສງ ອຽນໝີ໊ ເມືອງ ແທັງຈີ່ ເປີດເຜີຍວ່າ:
“ພວກຂ້າພະເຈົ້າຮູ້ສຶກເບີກບານໃຈທີ່ສຸດ ເມື່ອໄດ້ຮັບຂ່າວວ່າ ວັດເຮືອງ ໄດ້ເປີດປະຕູຕ້ອນຮັບແຂກຄືນໃໝ່ ໃນໂອກາດຕົ້ນເດືອນ 2 ໄລ່ຕາມຈັນທະປະຕິທິນ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາກໍ່ຕ້ອງປະຕິບັດ ບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເປັນຕົ້ນແມ່ນປະຊາຊົນ ເມື່ອເຂົ້າຮ່ວມງານບຸນ”.
ໃນຂະນະນັ້ນ ມີບາງງານບຸນໃຫຍ່ ຄື ງານບູນວິຫານເຈິນ, ຕະຫຼາດ ວ່ຽງ ຢູ່ແຂວງ ນາມດິ້ງ, ງານບຸນ ຢ໊ອງ, ງານບຸນ ອຽນຕື໋ ກໍ່ໄດ້ປະກາດໂຈະການຈັດຕັ້ງງານບຸນ, ຍົກເລີກບັນດາລາຍການສະແດງສິລະປະ. ອ້າຍ ເລແມັ້ງເຊີນ ແຂກທ່ອງທ່ຽວມາຮ່ວມງານບຸນວິຫານ ເກື໋ອອົງ ເວົ້າວ່າ:
“ເຖິງວ່າແຂກທ່ອງທ່ຽວ ກໍ່ໄດ້ມາຫຼາຍແລ້ວກໍ່ຕາມ ແຕ່ຂ້າພະເຈົ້າເຫັນວ່າວຽກງານປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ຢູ່ທ້ອງຖິ່ນໄດ້ຮັບການຜັນຂະຫຍາຍປະຕິບັດເປັນຢ່າງດີ ສາມາດຮັບປະກັນຄວາມປອດໄພ ເປັນຕົ້ນແມ່ນໃນຍາມໂລກລະບາດພວມເກີດຂຶ້ນ ແຕ່ກໍ່ມີບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດເປັນຢ່າງດີຄື ສີດນ້ຳຢາລ້າງມືຂ້າເຊື້ອ, ແຈ້ງອາການສຸຂະພາບ, ຄວບຄຸມຄົນເຂົ້າອອກຢ່າງເປັນລະບົບ”.
ໂດຍໄດ້ຖືກຄວາມປອດໄພຊີວິດອິນຊີ, ສຸຂະພາບຂອງປະຊາຊົນເປັນສຳຄັນແຖວໜ້າ, ຫຼາຍທ້ອງຖິ່ນໄດ້ຍົກເລີກການຈັດຕັ້ງງານບຸນ, ໂຈະການຕ້ອນຮັບແຂກມາຢ້ຽມຊົມ ຫຼື ບໍ່ຈັດຕັ້ງງານບຸນ. ດ້ວຍບັນດາມາດຕະການຜັນຂະຫຍາຍຢ່າງຄົບຊຸດ ຂ້ຽວຂາດ, ລະດູງານບຸນປີນີ້ໄດ້ ແລະ ພວມຖືກຈັດຕັ້ງຢ່າງປອດໄພ ແລະ ສີວິໄລໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
