ກອງປະຊຸມແຂ່ງຂັນທົ່ວປະເທດຍ້ອງຍໍ ຊົມເຊີຍແບບຢ່າງວຽກດີຄົນເດັ່ນ ໃນໝູ່ພໍ່ແມ່ພີ່ນ້ອງຊາວກາໂຕລິກ ຄັ້ງທີ 5 ໄລຍະ 2015 – 2020 |
ປັດຈຸບັນ ຫວຽດນາມ ມີຜູ້ເຊື່ອຖືສາສະໜາ ກາໂຕລິກ ປະມານ 5,9 ລ້ານຄົນ, ຊາວກາໂຕລິກ ໄດ້ຮ່ວມເດີນທາງພ້ອມກັບຊາດ ແລະ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ບັນດາຂະບວນການແຂ່ງຂັນຮັກຊາດ ໂດຍສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ໄດ້ປຸກລະດົມ ແນໃສ່ຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈໃຫ້ແກ່ສາສະນິກກະຊົນ, ປັບປຸງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນທັງຂາດ. ຄຸນພໍ່ ເຈິ່ນຊວັນແມັ້ງ ປະທານສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ຢືນຢັນວ່າ:
“ຜ່ານບັ້ນຂົນຂວາຍທົ່ວປວງຊົນສາມັກຄີ ກໍ່ສ້າງຊົນນະບົດໃໝ່, ຕົວເມືອງວັດທະນະທຳ, ສ້າງຊີວິດ ແລະ ສາສະໜາໃຫ້ດີງາມ ໂດຍສູນກາງຄະນະກຳມະການສາມັກຄີ ຊາວກາໂຕລິກ ຫວຽດນາມ ປຸກລະດົມ, ມີເຂດຊຸມຊົນຫຼາຍແຫ່ງຂອງຊາວກາໂຕລິກ ໄດ້ກາຍເປັນແບບຢ່າງທີ່ດີເດັ່ນໃນຂະບວນການພັດທະນາການຜະລິດ ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ປະຕິບັດວຽກງານຕອບບຸນແທນຄຸນ, ເຄື່ອນໄຫວເພື່ອການກຸສົນ, ມະນຸດສະທຳ, ສ້າງຊີວິດວັດທະນະທຳໃຫ້ເປັນຢ່າງດີ ປະກອບສ່ວນຍົກສູງຊີວິດການເປັນຢູ່ ແລະ ສ້າງສັງຄົມໃຫ້ດີງາມ”.
ໄລຍະ 2015 – 2020, ມີ 78 ໝູ່ຄະນະ ສ່ວນບຸກຄົນ ໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາກະຊວງ, ຂະແໜງກາງນຂັ້ນສູນກາງ ຍ້ອນມີບັນດາການປະກອບສ່ວນໃນຂະບວນການແຂ່ງຂັນຮັກຊາດ. ຢູ່ບາງແຫ່ງກໍ່ປະກົດມີບັນດາຮູບແບບ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງພໍ່ແມ່ພີ່ນ້ອງຜູ້ເຊື່ອຖືສາສະໜາ ແລະ ບໍ່ເຊື່ອຖືສາສະໜາ. ທ່ານ ກາວຫວຽດແທັງ ຫົວໜ້າຄະນະວຽກງານແນວໂຮມ ບ້ານ ແທັງບິ່ງ III ຕາແສງ ຮຶງແຈັກ ເມືອງ ໂບ໊ແຈັກ ແຂວງ ກວ໋າງບິ່ງ ໃຫ້ຮູ້ວ່າ:
“ເດືອນ ຕຸລາ ປີ 2017, ເຂດຊຸມຊົນສອງແຫ່ງໃນບ້ານ ແທັງບິ່ງ III ແລະ ເຂດຊຸມຊົນຢູ່ບ້ານ ໂນ້ຍຫາຍ ຕາແສງ ອ໊າຍຝູ ເມືອງ ໂບ໊ແຈັກ ໄດ້ມີການພົບປະຜູກສ່ຽວ. ພໍ່ແມ່ພີ່ນ້ອງໄດ້ຕັ້ງໜ້າໂຄສະນາຜ່ານທາງເຟດບຸກຂອງບ້ານກ່ຽວກັບຄວາມໝາຍ ຂອງການພົບປະດັ່ງກ່າວ. ພາຍຫຼັງທີ່ໄດ້ກາຍເປັນສອງບ້ານແຮກສ່ຽວ, ພໍ່ແມ່ພີ່ນ້ອງສອງບ້ານໄດ້ພົບປະແລກປ່ຽນນຳກັນຢ່າງເປັນປະຈຳ ໃນ ໂອກາດ ບັນດາວັນບຸນໃຫຍ່. ຍ້ອນແນວນັ້ນ ບ້ານ ແທັງບິ່ງ III ໄດ້ຮັບການຮັບຮອງແມ່ນບ້ານວັດທະນະທຳຂັ້ນເມືອງ. ຮູບແບບພົບປະແລກປ່ຽນຜູກສ່ຽວ ແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງບັນດາເຂດຊຸມຊົນຂອງສອງບ້ານພວກຂ້າພະເຈົ້າໄດ້ຊ່ວຍໃຫ້ພໍ່ແມ່ພີ່ນ້ອງຜູ້ເຊື່ອຖືສາສະໜາ ແລະ ບໍ່ເຊື່ອຖືສາສະໜາມີຄວາມສາມັກຄີກັນ ເສີມຂະຫຍາຍມູນເຊື້ອສ້າງຊີວິດ ແລະ ສາສະໜາໃຫ້ດີງາມ”.
ພໍ່ແມ່ພີ່ນ້ອງຊາວກາໂຕລິກ ນັບມື້ນັບໄດ້ມີບົດບາດ ແລະ ດຳລົງຕຳແໜ່ງຕ່າງໆທີ່ສຳຄັນ ໃນບັນດາອົງການສຳນັກງານ ອົງການຈັດຕັ້ງມະຫາຊົນ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ. ໄລຍະ 2015 – 2020 ສູນກາງຄະນະກຳມະການຊາວ ກາໂຕລິກ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານສອງຫຼຽນ, ຫຼຽນໄຊມະຫາສາມັກຄີແຫ່ງຊາດ 7 ຫຼຽນ, ໃບຍ້ອງຍໍຂອງນາຍົກລັດຖະມົນຕີ 13 ໃບ ໃຫ້ແກ່ບັນດາສ່ວນບຸກຄົນ ເຊິ່ງແມ່ນຊາວກາໂຕລິກ. ຄຸນພໍ່ ຫງວຽນວັນຣຽນ ຮອງປະທານ ເລຂາທິການໃຫຍ່ສູນກາງຄະນະກຳມະການສາມັກຄີຊາວກາໂຕລິກ ຫວຽດນາມໃຫ້ຮູ້ວ່າ:
“ເມື່ອທຽບໃສ່ໄລຍະກ່ອນນີ້, 5 ປີທີ່ຜ່ານມາ, ຂະບວນການແຂ່ງຂັນຮັກຊາດ ໃນວົງຄະນາຍາດພໍ່ແມ່ພີ່ນ້ອງຊາວກາໂຕລິກ ໄດ້ບັນລຸບັນດາໝາກຜົນທີ່ແທດຈິງກວ່າເກົ່າ, ທະວີຄູນບັນດາແບບຢ່າງທີ່ດີເດັ່ນ. ການຜັນຂະຫຍາຍປະຕິບັດບັນດາຂະບວນການແຂ່ງຂັນ ຂອງຄະນະກຳມະການສາມັກຄີຊາວກາໂຕລິກ ຫວຽດນາມ ຂັ້ນຕ່າງໆ ໄດ້ມີການປ່ຽນແປງໃໝ່ ທາງດ້ານເນື້ອໃນ ແລະ ແບບວິທີການຈັດຕັ້ງປະຕິບັດ. ໜ້າທີ່ໃນໄລຍະ 2020 – 2025, ພວກຂ້າພະເຈົ້າຈະສູ້ຊົນໃນແຕ່ລະປີມີ 100% ຈຳນວນແຂວງ, ນະຄອນເຂົ້າຮ່ວມການແຂ່ງຂັນ, ດຳເນີນຊີວິດຢູ່ຕາມເຂດຊຸມຊົນ ເພື່ອຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ. ດຳລົງຊີວິດແບບຢູ່ໃນສິນກິນໃນທຳ ຮ່ວມເດີນທາງພ້ອມກັບຊາດ ຍາມໃດກໍ່ແມ່ນການກຳນົດທິດ, ຊຸກຍູ້ຊາວກາໂຕລິກປະຕິບັດວຽກງານບົນຈິດໃຈຊາວກາໂຕລິກ ທີ່ດີກໍ່ແມ່ນພົນລະເມືອງທີ່ດີ”.
ຊາວກາໂຕລິກ ນັບມື້ນັບສາມັກຄີ ແລະ ຕັ້ງໜ້າຕອບສະໜອງຂະບວນການແຂ່ງຂັນຮັກຊາດ ປະຕິບັດຕາມທິດນຳຢູ່ໃນສິນກິນໃນທຳ ຮ່ວມເດີນທາງພ້ອມກັບຊາດ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ຕາມເນື້ອໃນຈິດໃຈຮ່ວມຂອງຈົດໝາຍປີ 1980 ຂອງສະພາສັງຄະລາດ ຫວຽດນາມ. ບັນດາຂະບວນການແຂ່ງຂັນຮັກຊາດຂອງຊາວກາໂຕລິກ ໄດ້ຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງທົ່ວປວງຊົນ ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
