10 ຜົ​ນ​ງານ​ສື່ມວນ​ຊົນ​ໄດ້​ຮັບ​ລາງວັນ A ສື່ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 18 ປີ 2023

(VOVWORLD) - ລາງວັນສື່ມວນຊົນແຫ່ງຊາດໄດ້ກ້າວເຂົ້າສູ່ຄັ້ງທີ 18 ແລ້ວ ຊື່ງໄດ້ຮ່ວມເດີນທາງພ້ອມກັບຊີວິດຂອງສື່ມວນຊົນ, ກາຍເປັນການດຳເນີນຊີວິດວິຊາການທີ່ມີປະໂຫຍດ...
10 ຜົ​ນ​ງານ​ສື່ມວນ​ຊົນ​ໄດ້​ຮັບ​ລາງວັນ A  ສື່ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 18 ປີ 2023 - ảnh 1

ທ່ານ ເລກວກມິນ ຫົວໜ້າບັນນາທິການໜັງສືພິມ ເຍິນເຢິນ (ພາບ: VOV)

    ຮອບສຸດທ້າຍລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 18 ປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 31 ພຶດສະພາຢູ່ ຮ່າໂນ້ຍ. ກ່ອນໜ້ານັ້ນ, ສະພາກວດກາເບື້ອງຕົ້ນ ໄດ້ດຳເນີນການກວດ, ໃຫ້ຄະແນນ ແລະ ຍື່ນສະເໜີບັນຊີລາຍຊື່ 165 ຜົນງານ ຕໍ່ສະພາກວດກາຮອບສຸດທ້າຍ ລວມມີ 11 ປະເພດລາງວັນ ຊື່ງໄດ້ຄັດເລືອກຈາກ 1905 ຜົນງານເຂົ້າຮ່ວມ.

  ກ່າວຄຳເຫັນທີພິທີໄຂຮອບສຸດທ້າຍ, ທ່ານ ເລກວກມິນ, ຫົວໜ້າບັນນາທິການໜັງສືພິມ ເຍິນເຢິນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ, ປະທານສະພາກວດກາຮອບສຸດທ້າຍ ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 18 ປີ 2023 ໄດ້ເນັ້ນໜັກວ່າ: ລາງວັນສື່ມວນຊົນແຫ່ງຊາດໄດ້ກ້າວເຂົ້າສູ່ຄັ້ງທີ 18 ແລ້ວ ຊື່ງໄດ້ຮ່ວມເດີນທາງພ້ອມກັບຊີວິດຂອງສື່ມວນຊົນ, ກາຍເປັນການດຳເນີນຊີວິດວິຊາການທີ່ມີປະໂຫຍດ, ແຜ່ຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງໃນສະມາຄົມນັກຂ່າວທຸກຂັ້ນ, ໃນວົງການນັກຂ່າວ. ລາງວັນນັບມື້ນັບໄດ້ຢັ້ງຢືນອິດທິພົນຊື່ງສຽງ ແມ່ນລາງວັນວິຊາຊີບ ທີ່ເປັນກຽດທີ່ສຸດຂອງຜູ້ເຮັດວຽກງານສື່ມວນຊົນ ຫວຽດນາມ.

   ສະພາກວດກາຮອບສຸດທ້າຍ ໄດ້ຄັດເລືອກ10 ຜົນງານ ໄດ້ຮັບລາງວັນ A,  26 ຜົນງານໄດ້ຮັບລາງວັນ B ແລະ 45 ຜົນງານໄດ້ຮັບລາງວັນ C ແລະ 41 ຜົນງານ ໄດ້ຮັບລາງວັນຊົມເຊີຍ. ກ່ວາຄຳເຫັນທີພິທີອັດຮອບສຸດທ້າຍ, ທ່ານເລກວກມິນ ໄດ້ຕີລາຄາວ່າ ບັນດາຜົນງານໄດ້ຮັບລາງວັນ ໄດ້ສ່ອງແສງຮອບດ້ານ ເລິກເຊິ່ງຊີວິດດ້ານການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງປະເທດຊາດໃນປີ 2023. ຫຼາຍຜົນງານໄດ້ຂຽນຢ່າງເຂັ້ມງວດ, ລະອຽດລະອໍ ມີລັກສະນະຄົ້ນພົບບັນຫາໃໝ່, ແນະນຳບັນດາແຜນນະໂຍບາຍ, ນະໂຍບາຍໃຫ່ຍຂອງພັກ, ລັດ…ຫຼາຍຜົນງານສະແດງໄດ້ລັກສະນະເປັນອາຊີບ, ດູດດື່ມໃຈ, ມີລັກສະນະຂອງສື່ມວນຊົນຍຸກສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ