10 ເຫດການຢູ່ເວທີປາໄສ ຮ່ວມມືເສດຖະກິດເຂດທົ່ງທຽງແມ່ນ້ຳຂອງປີ 2013

10 ເຫດການຢູ່ເວທີປາໄສ ຮ່ວມມືເສດຖະກິດເຂດທົ່ງທຽງແມ່ນ້ຳຂອງປີ 2013 - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 21/05, ຢູ່​ວິ້ງ​ລອງ, ຄະນະ​ຈັດ​ຕັ້ງ​ເວທີ​ປາ​ໄສຮ່ວມ​ມື​ເສດຖະກິດ​ເຂດທົ່ງ​ທຽງ​ແມ່ນ້ຳຂອງ ທາງ​ພາກ​ໃຕ​້ຫວຽດນາມປີ 2013 (MDEC – ວິ້ງ​ລອງ 2013) ຕົກລົງ​ຈະ​ຈັດ​ຕັ້ງ 10 ​ເຫດ​ການຕົ້ນ​ຕໍ່​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ ດ້ວຍ​ຫົວ​ຂໍ້​ວ່າ: “ເຂດ​ທົ່ງ​ທຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ​້ຫວຽດນາມ ມຸ້ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ”. ​ໃນ​ນັ້ນ, ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ​ເຂດ​ທົ່ງ​ທຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ​້ຫວຽດນາມປີ 2013 ​ແລະ ​ໂຄງ​ການ​ຮັບປະກັນ​ຊີວິດ​ສັງຄົມເຂດ​ທົ່ງ​ທຽງ​ແມ່ນ້ຳຂອງທາງ​ພາກ​ໃຕ​້ຫວຽດນາມປີ 2013 ຈະດຳ​ເນີນ​ໄປ​ໃນ​ວັນ​ທີ 30/08. ​ເຫດການ​ອື່ນ​​ເຊິ່ງລວມມີ: ​ເວທີ​ປາ​ໄສ​ວິ​ສາ​ຫະກິດເຂດ​ທົ່ງ​ທຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ​້ຫວຽດນາມ; ກອງ​ປະຊຸມ​​ເຊື່ອມ​ຕໍ່​ທ້ອງ​ຖິ່ນ​ກັບ​ຄະນະ​ທູຕານຸທູດ; ​ໄຂ MDEC – ວິ້ງ​ລອງ 2013 ​ແລະ ​ໄຂ​ງານ​ຕະຫຼາດນັດ​ວາງສະ​ແດງ; ກອງ​ປະຊຸມ​ສຳ​ມະ​ນາຮ່ວມ​ສຳພັນ​ພັດທະນາເຂດ​ທົ່ງ​ທຽງ​ແມ່​ນ້ຳຂອງ​ທາງພາກ​ໃຕ​້ຫວຽດນາມຕາມ​ທິດ​ເສດຖະກິດ​ຂຽວ, ​ແຜນການ​ພັດທະນາ​ບັນດາ​ນະຄອນ​ໝັ້ນຄົງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ.
ຂ່າວ/ບົດ​ອື່ນ