2 ຖ້ຽວ​ບິນ​ຂົນສົ່ງ​ແຂກ​ສາ​ກົນ​ມາ​ດ່ານັ້ງ​ໃນ​ເດືອນ​ມີ​ນາ

(VOVWORLD) -ວັນທີ 27 ມີນາຈະມາເຖິງ, ຈະມີ 2 ຖ້ຽວບິນຈາກສິງກະໂປ ແລະ ບາງກອກ (ໄທ) ຈະຂົນສົ່ງແຂກທ່ອງທ່ຽວສາກົນ ມາຍັງນະຄອນດ່ານັ້ງ, ເຊື່ອມຕໍ່ຖ້ຽວບິນສາກົນຄືນໃໝ່ຢ່າງເປັນທາງການ ພາຍຫຼັງຖືກຕັດຂາດມາເປັນເວລາ 2 ປີ.

2 ຖ້ຽວ​ບິນ​ຂົນສົ່ງ​ແຂກ​ສາ​ກົນ​ມາ​ດ່ານັ້ງ​ໃນ​ເດືອນ​ມີ​ນາ - ảnh 1ພາບປະກອບ: VOV

ມາຮອດປັດຈຸບັນ, ມີບໍລິສັດການບິນ 9 ແຫ່ງ ໄດ້ເປີດສາຍການບິນສາກົນໂດຍກົງມາຍັງນະຄອນດ່ານັ້ງ. ຕາມພະແນກທ່ອງທ່ຽວນະຄອນ ດ່ານັ້ງ ແລ້ວ, ພາຍຫຼັງ 2 ຖ້ຽວບິນດັ່ງກ່າວ, ຄາດວ່າ ໃນເດືອນເມສາ, ຈະມີ ຖ້ຽວບິນຈາກ Kuala Lumpur (ມາເລເຊຍ), ບາງກອກ (ໄທ), ສິງກະໂປ ແລະ Incheon (ສ.ເກົາຫຼີ) ມາຍັງດ່ານັ້ງ. ມີຫຼາຍການເຄື່ອນໄຫວທ່ອງທ່ຽວຈະໄດ້ຈັດຂຶ້ນທົ່ວທັງປີຢູ່ນະຄອນດ່ານັ້ງ, ຈຸດສຸມແມ່ນໃນລະດູຮ້ອນນີ້. ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ປະກາດໃຊ້ວິທີຈັດການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່ ດ້ວຍສານທີ່ວ່າ “ດ່ານັ້ງ ກຽມພ້ອມເປີດປະຕູ, ຕ້ອນຮັບແຂກທ່ອງທ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ