2 ພາກເກົາຫຼີ ເລີ່ມຕົ້ນການເຈລະຈາຂັ້ນນັກວິຊາການ

2 ພາກເກົາຫຼີ ເລີ່ມຕົ້ນການເຈລະຈາຂັ້ນນັກວິຊາການ - ảnh 1
ທະຫານ ສ ເກົາຫຼີ ແລະ ສປປ ເກົາຫຼີ ຢູ່ບ້ານ Panmunjom
(ພາບ: dantri.com.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 9/6, ບັນດາ​ເຈົ້າ​ໜ້າ​ທີ່ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ໄດ້​ເລີ່​ມຕົ້ນ​ການ​ເຈລະຈາ​ຂັ້ນ​ນັກວິຊາ​ການເປັນ​ຄັ້ງ​ທຳ​ອິດ​ໃນຮອບ​ເວລາ​ກ່ວາ 2 ປີ​ຜ່ານ​ມາຢູ່​ຕຶກ​ອາຄາ​ນ​ເສລີພາບ (Free House), ຕັ້ງ​ໃນ​ເຂດ​ດິນ​ແດນ ສ​ ​ເກົາຫຼີ, ​ບໍລິ​ເວນ​ຂອງບ້ານ​ Panmunjom. ນີ້​ແມ່ນ​ການ​ພົບ​ປະ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່ 2 ພາກ​​ເກົາຫຼີ ນັບ​ແຕ່​ເມື່ອ​ທ່ານ​ນາງ Park Geun – hye ​ໄດ້​ຮັບ​ດຳລົງ​ຕຳ່​ແໜ່​ງ​ເປັນ​ປະທານາທິບໍດີ ສ ​ເກົາຫຼີ. ນີ້​​ໄດ້​ຖື​ວ່າ ​ແມ່ນ​ບາດກ້າວ​ກະກຽມ​ໃຫ້​ແກ່​ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ 2 ພາກ​ເກົາຫຼີ, ຄາ​ດວ່າ​ຈະ​ໄດ້ຮັບ​ການ​ຈັດ​ຕັ້ງ​ເມື່ອ​ວັນ​ທີ 12/6 ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ດ້ວຍ​ບັນດາ​ບັນຫາ​ຄື: ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ລວມ Kaesong, ​ເຊື່ອມ​ຕໍ່​ບັນດາ​ສາຍທ່ອງທ່ຽວ​ມາ​ຍັງ​ເຂດ​ພັກ​ຜ່ອນ​ບຳລຸງ​ສຸຂະພາບ​ພູ Kumgang, ລາຍການ​ເຕົ້າ​ໂຮມບັນດາ​ຄອບຄົວ​ຖືກພັດ​ພາກຈາກ​ກັນລະຫວ່າງ 2 ພາກ.

ຂ່າວ/ບົດ​ອື່ນ