22 ປະ​ເທດ ອິດ​ສະ​ລາມ, ອາ​ຣັບ ແລະ ອາ​ຟະ​ລິ​ກາ ກ່າວ​ປະ​ນາມ ອິດ​ສະ​ຣາ​ແອັນ ກ່ຽວ​ກັບ​ບັນ​ຫາ Somaliland

(VOVWORLD) -  ການກະທຳຂອງທ່ານ Gideon Sa’ar ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ແມ່ນການລະເມີດກົດໝາຍສາກົນ, ສົ່ງຜົນເສຍຫາຍຕໍ່ບັນດາມາດຕະຖານສາກົນທີ່ໄດ້ສ້າງຂຶ້ນ ແລະ ກົດບັດ ສປຊ; ພ້ອມທັງ, ກໍ່ມີຄວາມສ່ຽງເພີ່ມທະວີຄວາມເຄັ່ງຕຶງຢູ່ພາກພື້ນ ທີ່ພວມເຕັມໄປດ້ວຍຄວາມຂາດສະຖຽນລະພາບຂຶ້ນຕື່ມອີກ.
22 ປະ​ເທດ ອິດ​ສະ​ລາມ, ອາ​ຣັບ ແລະ ອາ​ຟະ​ລິ​ກາ ກ່າວ​ປະ​ນາມ ອິດ​ສະ​ຣາ​ແອັນ ກ່ຽວ​ກັບ​ບັນ​ຫາ Somaliland - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Gideon Sa’ar (ພາບເອກະສານ: REUTERS)

ວັນທີ 08 ມັງກອນ, ລັດຖະມົນຕີການຕ່າງປະເທດ 22 ປະເທດ ອາຣັບ, ອິດສະລາມ ແລະ ອາຟະລິກາ, ໃນນັ້ນ ມີີອີຢິບ, ອານເຊຣີ, ບັງກະລາເທດ, ອິນໂດເນເຊຍ, ອີຣານ, ຈໍແດນ, ກູເວດ, ລີບີ, ນີເຊເຣຍ, ໂອມານ, ປາກິດສະຖານ, ກາຕາ, ອາຣັບບິ ຊະອຸດິ, ໂຊມາລີ, ຊູດັງ, ຕວັກກີ… ໄດ້ອອກຖະແຫຼງການຮ່ວມກ່າວປະນາມເລື່ອງທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ໄປຢ້ຽມຢາມ Somaliland ໃນວັນທີ 06 ມັງກອນ, ເຊິ່ງເປັນເຂດດິນແດນຖະແຫຼງປະກາດເອກະລາດແຍກອອກຈາກ ໂຊມາລີ ແລະ ໄດ້ຮັບການຮັບຮອງເອົາຈາກປະເທດ ອິດສະຣາແອັນ ປະເທດດຽວ.

        ຖະແຫຼງການຮ່ວມຢັ້ງຢືນວ່າ ການກະທຳຂອງທ່ານ Gideon Sa’ar ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ແມ່ນການລະເມີດກົດໝາຍສາກົນ, ສົ່ງຜົນເສຍຫາຍຕໍ່ບັນດາມາດຕະຖານສາກົນທີ່ໄດ້ສ້າງຂຶ້ນ ແລະ ກົດບັດ ສປຊ; ພ້ອມທັງ, ກໍ່ມີຄວາມສ່ຽງເພີ່ມທະວີຄວາມເຄັ່ງຕຶງຢູ່ພາກພື້ນ ທີ່ພວມເຕັມໄປດ້ວຍຄວາມຂາດສະຖຽນລະພາບຂຶ້ນຕື່ມອີກ.

        ກໍໃນຖະແຫຼງການສະບັບດັ່ງກ່າວ, ລັດຖະມົນຕີການຕ່າງປະເທດ 22 ປະເທດ ກໍໄດ້ຢັ້ງຢືນຄືນການສະໜັບສະໜູນອັນໝັ້ນແກ່ນສຳລັບອະທິປະໄຕ, ຄວາມເຫັນດີເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ໂຊມາລີ; ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບກົດໝາຍສາກົນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດອື່ນ ແລະ ປະຕິບັດບັນດາມາດຕະຖານທາງການທູດເພື່ອຮັກສາສະຖຽນລະພາບໃນພາກພື້ນ ກໍຄືສາກົນ.

ນັກຂ່າວ VOV ປະຈໍາ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ