24 ຊົ່ວ​ໂມງ​ຜ່ານ​ມາ, ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 590.000 ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometer.infor ແລ້ວ, ໄລ່ຮອດເວລາ 0 ໂມງ ຂອງວັນທີ 25 ສິງຫາ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 213,94 ລ້ານຄົນ, ໃນນັ້ນ ມີກວ່າ 4,46 ລ້ານຄົນເສຍຊີວິດ.
24 ຊົ່ວ​ໂມງ​ຜ່ານ​ມາ, ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 590.000 ຄົນ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ອັງກິດ (ພາບ: THX/TTXVN)

ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ກວ່າ 590.700 ຄົນ ແລະ 9.780 ຄົນ ເສຍຊີວິດ. ໃນນັ້ນ, ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດໃນໂລກ ດ້ວຍກວ່າ 100.000 ຄົນ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ອີຣານ. ໃນຂະນະນັ້ນ, ອິນໂດເນເຊຍ ແມ່ນ ປະເທດ ມີຈຳນວນຜູ້ເສຍຊີວິດພາຍໃນວັນຫຼາຍທີ່ສຸດ ດ້ວຍກວ່າ 1.000 ຄົນ, ຖັດຈາກນັ້ນແມ່ນ ອາເມລິກາ ແລະ ບຣາຊິນ.

        ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ, ເຖິງຢ່າງໃດກໍຕາມ, ທ່ານ Anthony Fauci ຜູ້ອຳນວຍການສະຖາບັນຄົ້ນຄວ້າອາກາດແພ້ ແລະ ພະຍາດຕິດຕໍ່ ແຫ່ງຊາດ ອາເມລິກາ ຖືວ່າ ປະເທດນີ້ ສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ໃນລະດູບານໃໝ່ຈະມາເຖິງ ຖ້າຫາກວ່າອັດຕາຜູ້ສັກວັກຊິນເພີ່ມຂຶ້ນເປັນຈຳນວນຫຼາຍພໍສົມຄວນ.

  ສະເພາະຢູ່ ຫວຽດນາມ, ນັບແຕ່ເວລາ 18 ໂມງ ຂອງວັນທີ 24 ສິງຫາ ຫາເວລາ 18 ໂມງ ຂອງວັນທີ 25 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 12.096 ຄົນ. ໃນນັ້ນ, ໃນ 24 ຊົ່ວໂມງທີ່ຜ່ານມາ, ນະຄອນ ໂຮ່ຈີມິນ ຢັ້ງຢືນມີ 5.294 ຄົນ, ແຂວງ ບິ່ງເຢືອງ ມີ 4.129 ຄົນ, ແຂວງດົ່ງນາຍ ມີ 618 ຄົນ ແລະ ນະຄອນຫຼວງ ຮ່າໂນ້ຍ ມີ 96 ຄົນ. 
  ໃນວັນທີ 25 ສິງຫາ, ທົ່ວປະເທດມີຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ເພີ່ມເຕີມ 7.646 ຄົນ ໄດ້ຮັບການປິ່ນປົວຫາຍດີ. ເປັນອັນວ່າ ໄລ່ຮອດວັນທີ 25 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 381.363 ຄົນ, ໃນນັ້ນ ມີ 169.921 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 9.349 ຄົນ ເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ